ຈີນອະນຸຍາດເປັນພິເສດໃຫ້ນັກໂທດສ່ວນໜຶ່ງກັບບ້ານຢາມພີ່ນ້ອງທີ່ປະສົບໄພແຜ່ນດິນໄຫວ
(GMT+08:00) 2008-06-16 19:39:57 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ:ລັດຖະບານຈີນອະນຸຍາດເປັນພິເສດໃຫ້ນັກໂທດສ່ວນໜຶ່ງກັບບ້ານເພື່ອຢາມພີ່ນ້ອງທີ່ປະສົບໄພແຜ່ນດິນໄຫວ.
ວັນທີ 14 ມິຖຸນານີ້,ອົງການປົກຄອງເມືອງກວາງຢວນແຂວງເສສວນໄດ້ອະນຸຍາດເປັນພິເສດໃຫ້ນັກໂທດ 10 ຄົນທີ່ພວມຖືກຕັດອິດສະຫຼະພາບຢູ່ເມືອງກວາງຢວນອອກຈາກຄຸກ,ກັບບ້ານທີ່ຢູ່ເຂດປະສົບໄພຢ່າງໜັກໜ່ວງ,ເພື່ອຢາມພີ່ນ້ອງ.ຕອນທ່ຽງວັນທີ 16 ມິຖຸນານີ້,ນັກໂທດເຫຼົ່ານີ້ໄດ້ສິ້ນສຸດການຢາມບ້ານ,ກັບຄືນຄຸກຢ່າງປອດໄພ.
ປະຈຸບັນ,ຄຸກແຫ່ງຕ່າງໆຂອງແຂວງເສສວນລ້ວນແຕ່ພວມຈັດຕັ້ງນັກໂທດທີ່ຖືກຕາມຂໍ້ກຳນົດໃນກົດໝາຍວ່າດ້ວຍຄຸກ ຖືກຕັດອິດສະຫຼະພາບເກີນໄລຍະເຄິ່ງໜຶ່ງ ມີການສະແດງທີ່ດີແລະຄອບຄົວປະສົບຄວາມເສຍຫາຍຢ່າງໜັກໜ່ວງໃນໄພແຜ່ນດິນໄຫວນັ້ນອອກຈາກຄຸກໄປຢາມບ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ