ກັບດຳຂອງຍົນເຮລິກົບແຕທະຫານຈີນຕົກຊອກພົບແລ້ວ
(GMT+08:00) 2008-06-12 11:48:57 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ກອງບັນຊາການໃຫຍ່ກູ້ໄພແຜ່ນດິນໄຫວຂອງທະຫານແຂວງເສສວນຈີນແຈ້ງວ່າ, ກັບດຳຂອງຍົນເຮລິກົບແຕກູ້ໄພແຜ່ນດິນໄຫວທີ່ຕົກນັ້ນໄດ້ຊອກພົບແລ້ວ. ມາຮອດ 20 ໂມງ 30 ນາທີວັນທີ 11 ມິຖຸນານີ້, ສົບຂອງຜູ້ເສຍຊີວິດ 18 ຄົນລວມທັງເຈົ້າໜ້າທີ່ເທີງຍົນ 5 ຄົນນັ້ນຄອບຄົວໄດ້ມາຢືນຢັນແລ້ວ.
ວັນທີ 31 ພຶດສະພານີ້, ໃນເວລາທີ່ພວມບິນປະຕິບັດໜ້າທີ່ກູ້ໄພແຜ່ນດິນໄຫວ, ຍົນເຮລິກົບແຕລຳນີ້ໄດ້ພົບກັບນ້ຳໝອກແລະກະແສລົມແຮງກະທັນຫັນຢູ່ໃກ້ເຂດອີ້ງຊິ້ວເມືອງເວີ້ນຊ່ວນ, ແລະຕົກໃນເວລາ 14 ໂມງ 56 ນາທີວັນທີ 31 ພຶດສະພາແລ້ວນີ້.
ວັນທີ 11 ມິຖຸນານີ້, ເຄື່ອງຂອງຂອງຜູ້ເສຍຊີວິດແລະຊາກຂອງຍົນເຮລິກົບແຕລຳນີ້ໄດ້ຂົນສົ່ງໄປເຂດອີ້ງຊິ້ວແລ້ວ. ວັນທີ 12 ມິຖຸນານີ້ເລີ່ມຂົນສົ່ງສົບຂອງຜູ້ເສຍຊີວິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ