ລັດຖະບານ​ຈີນຍິນ​ດີ​ຕ້ອນຮັບ​ນັກ​ຂ່າວ​ຕ່າງປະ​ເທດ​​ໄປ​ເອົາ​ຂ່າວ​ຢູ່​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ

(GMT+08:00) 2008-06-11 17:21:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ມິຖຸນາ​ນີ້ຢູ່​ນະຄອນ​ເສີງ​ຕູ່​ແຂວງ​ເສ​ສວນ, ທ່ານ​ຫວາງ​ໂກວຊີ້​ງ ຮອງ​ຫົວ​ໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ບໍ່​ວ່າ​​ໃນ​ໄລຍະ​ຕ້ານ​ໄພ​ກູ້​ໄພ​ຫຼື​ໃນ​ໄລຍະ​ຈັດ​ວາງ​ຍົກຍ້າຍປະຊາຊົນ​ເຂດ​ປະສົບ​ໄພ​ແລະ​ຟື້ນ​ຟູ​ການ​ຜະລິດ, ລັດຖະບານ​ຈີນ​ລ້ວນ​ແຕ່​ຍິນ​ດີ​ຕ້ອນຮັບ​ນັກ​ຂ່າວ​ຕ່າງປະ​ເທດ​ໄປ​ເອົາຂ່າວ​ຢູ່​ເຂດ​ປະສົບ​​ໄພ.

​ໃນ​ເວລາ​ພົບ​ກັບນັກ​ຂ່າວ​ຕ່າງປະ​ເທດ​ຂອງ​ຂ່າວສານ​ອາ​ແອັຟ​ເປ​ທີ່​ໄປ​​ເອົາ​ຂ່າວ​ຢູ່​ເຂດ​ປະສົບ​ໄພ, ທ່ານ​ຫວາງ​ໂກວຊີ້​ງກ່າວ​ວ່າ, ລັດຖະບານ​ຈີນ​ຈະ​ຍຶດໝັ້ນ​ທິດ​ທາງ​ເປີດ​ເຜີຍ​ແລະ​​ເປີດ​ປະຕູສູ່​ພາຍ​ນອກ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ນັກ​ຂ່າວ​ຕ່າງປະ​ເທດ​ໄປ​​ເອົາ​ຂ່າວ​ຢູ່​ເຂດ​ປະສົບ​ໄພ​ແລະ​ລາຍ​ງານ​ສະພາບ​ຈັດ​ວາງ​ປະຊາຊົນ​ຂອງ​ເຂດ​ປະສົບ​ໄພ​ແລະ​ຄວາມ​ພະຍາ​ຍາມ​ເພື່ອ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​​ໃໝ່​ຢ່າງຈິງ​ຈັງ​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>