ສູນວຽກ​ງານກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງ​ທີ 14 ​​ເລີ່​ມນຳ​ໃຊ້

(GMT+08:00) 2009-02-15 16:23:52 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ 15 ກຸມພາ​ນີ້,ຢູ່​ເມືອງຊະອຳ ​ບ່ອນ​ພັກຜ່ອນແຄມ​ທະ​ເລ​ທີ່ຢູ່​ຈັງຫວັດ​ເພັດ​ຊະບູລີ,ທ່ານ​ກະ​ສິດ ພິລົມ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ໄດ້​ເປັນ​ປະທານ​ຈັດ​ພິທີ​ເລີ່​ມນຳ​ໃຊ້​ສູນວຽກ​ງານ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງ​ທີ 14.

ທ່ານ​ເປີດ​ເຜີຍ​ວ່າ,​ໄທ​ຈະ​ຈັດການ​ຝຶກຊ້ອມ​ຂະໜາດ​ໃຫຍ່​ເທື່ອ​ໜຶ່ງ​ໃນ​ວັນ​ທີ 24 ກຸມພາ​ນີ້,ມີ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຕ້ອນຮັບ​ຜູ້ນຳ​ປະ​ເທດ​ຕ່າງໆ​ຂອງ​ອາຊຽນ​ແລະ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພເປັນຕົ້ນ,ທ່ານ​ສຸ​ເທບ ​ເທືອກສຸບັນ ຮອງ​ນາຍົກລັດຖະມົນຕີ​ໄທ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຈະ​​ໄປ​ກວດກາ​ການ​ຝຶກ​ຊ້ອມເທື່ອ​ນີ້​.ນອກ​ນີ້,ພະ​ແນ​ກປ້ອງ​ກັນ​ໄພ​​ແລະ​ກູ້​ໄພຂອງ​ໄທ​ກໍ່​ຈະ​ຈັດການ​ຝຶກຊ້ອມ​ດັບ​ເພີງ​ແລະ​ກອບ​ກູ້ໃນ​ໄວໆ​ນີ້.

ທ່ານ​ກະ​ສິດ​ຍັງ​ກ່າວ​ວ່າ,ຜູ້​ປະ​ທ້ວງ​ທີ່​ຕໍ່ຕ້ານ​ລັດຖະບານມີ​ສິດຈັດການ​ປະ​ທ້ວງ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ,​ແຕ່​ລັດຖະບານ​ຈະ​ກຳນົດ​ເຂດ​ຈັດການປະ​ທ້ວງ​ຢ່າງ​​ເຄັ່ງ​ຄັດ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້.

ໃນຖານະເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາຊຽນ,​ໄທຈະ​ຈັດກອງ​ປະຊຸມ​ສຸດ​ຍອດ​ອາຊຽນຄັ້ງ​ທີ 14 ຢູ່​ເມືອງ​ຊະອຳ​ຈັງຫວັດ​ເພັດ​ຊະບູລີ ​ບ່ອນ​ພັກຜ່ອນ​ແຄ​ມທະ​ເລ​ທີ່​ມີຊື່ສຽງ​ແລະ​ເມືອງຫົວ​ຫີນຈັງຫວັດ​ປະ​ຊວບ ຄີລີ ຄັນ​ຂອງ​ໄທ​ໂດຍ​ມີ​ຫົວ​ຂໍ້​ທີ່​ວ່າ"ກົດ​ບັດ​ອາ​ຊຽນຂອງ​ປະຊາຊົນ​ອາ​ຊຽນ".ຕາມ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ໄທ​ຢືນຢັນ​ວ່າ,ນອກຈາກ​ໄທ​ແລ້ວ,ປະຈຸ​ບັນ,ຜູ້ນຳ​ຂອງອີກ 9 ປະ​ເທດອາ​ຊຽນລ້ວນ​ແຕ່​​ໄດ້​ຕົກລົງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້,ລວມທັງ​ຜູ້​ແທນແລະ​ນັກ​ຂ່າວຂອງ​ປະ​ເທດ​ຕ່າງໆ​ແລ້ວ,ຄາດ​ຄະ​ເນ​ວ່າ​ຈະ​ມີ 1000 ກວ່າ​ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>