ກອງປະຊຸມລັດຖະມົນຕີການເງິນອາຊຽນກັບຈີນ ຍີ່ປຸ່ນແລະສ.ເກົາຫຼີຈະຈັດຂຶ້ນຢູ່ພູເກັດຂອງໄທ
(GMT+08:00) 2009-02-14 16:53:05 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນທີ 13 ກຸມພານີ້,ທ່ານກອນ ຈາຕິກະວານິດ ລັດຖະມົນຕີວ່າການກະຊວງການຄັງໄທເປີດເຜີຍວ່າ,ກອງປະຊຸມລັດຖະມົນຕີການເງິນອາຊຽນກັບຈີນ ຍີ່ປຸ່ນແລະສ.ເກົາຫຼີຈະຈັດຂຶ້ນຢູ່ພູເກັດ ພາກໃຕ້ໄທໃນວັນທີ 22 ກຸມພານີ້.
ທ່ານກອນ ຈາຕິກະວານິດກ່າວວ່າ,ໃນກອງປະຊຸມເທື່ອນີ້,ບັນດາທ່ານທີ່ຮ່ວມປະຊຸມຈະແລກປ່ຽນຄວາມເຫັນກ່ຽວກັບສະພາບເສດຖະກິດຂອງທົ່ວໂລກແລະສະພາບເສດຖະກິດໃນພາກພື້ນ.ກອງປະຊຸມຈະປຶກສາຫາລືການເຮັດແນວໃດພະຍາຍາມຮ່ວມກັນເພື່ອຟື້ນຟູເສດຖະກິດຂອງພາກພື້ນແຫ່ງນີ້,ຊຸກຍູ້ໃຫ້ການຮ່ວມມືດ້ານການເງິນລະຫວ່າງ 10 ປະເທດຂອງອາຊຽນກັບຈີນ ຍີ່ປຸ່ນແລະສ.ເກົາຫຼີຂຶ້ນສູ່ລະດັບສູງກວ່າເກົ່າ,ໃຕ້ສະພາບເບື້ອງຫຼັງຂອງວິກິດການການເງິນທົ່ວໂລກ,ເພີ່ມທະວີການພົວພັນລະຫວ່າງສອງຝ່າຍ,ຮ່ວມກັນຮັບມືກັບການທ້າທາຍຍ້ອນຕະຫຼາດການເງິນແລະລາຄານ້ຳມັນບໍ່ໝັ້ນທ່ຽງ.
ທ່ານກ່າວວ່າ,ນອກຈາກລັດຖະມົນຕີວ່າການກະຊວງການເງິນຂອງປະເທດທີ່ກ່ຽວຂ້ອງຈະເຂົ້າຮ່ວມກອງປະຊຸມດັ່ງກ່າວແລ້ວ,ທ່ານຊູຣີນ ພິດສຸວັນ ເລຂາທິການອາຊຽນແລະທ່ານຮາຣູຮີໂຄ ຄູໂຣດາ ຜູ້ວ່າການທະນາຄານພັດທະນາອາຊີກໍ່ຈະເຂົ້າຮ່ວມກອງປະຊຸມການເງິນເທື່ອນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ