ກອງປະຊຸມ4 ຝ່າຍຂອງໄທເຫັນດີຈະຈັດກອງປະຊຸມວິສາມັນຂອງລັດຖະສະພາໃນເດືອນຫນ້າ
-----------------------------------------------------------------------------------------------------------------
ຕາມຂ່າວCRI: ວັນທີ24 ພະຈິກນີ້, ຜູ່ນຳ 4 ຝ່າຍຄື: ລັດຖະບານ ວຸດທິສະພາ ສະພາຜູ່ແທນລາຊະດອນແລະພັກຝ່າຍຄ້ານໃນລັດຖະສະ ພາຂອງໄທໄດ້ເປັນເອກະສັນກັນເຫັນດີໃຫ້ຈະຈັດກອງປະຊຸມວິສາມັນຂອງລັດຖະສະພາໃນວັນທີ 8 ແລະ 9ເດືອນຫນ້າ, ເພື່ອພິຈາລະນາເອກະສານທາງກົດຫມາຍທີ່ກ່ຽວຂ້ອງທີ່ຈະເຊັນໃນກອງປະຊຸມສຸດຍອດອາຊຽນ.
ຕອນບ່າຍມື້ດຽວກັນ, ທ່ານເຊົາວະລັດ ຈັນວິຣະກຸນ ຮອງນາຍົກລັດຖະມົນຕີໄທທີ່ຮັກສາການແທນທ່ານນາຍົກລັດຖະມົນຕີສົມຊາຍ ວົງສະຫວັດປະຕິບັດອຳນາດຕຳແຫນ່ງ ທ່ານໄຊ ຊິດຊອບ ປະທານສະພາຜູ່ແທນລາຊະດອນ ທ່ານປະສົບສຸກ ບຸນເດດ ປະທານວຸດທິສະພາແລະ ທ່ານອະພິສິດ ເວດຊາຊີວະ ປະທານພັກຝ່າຍຄ້ານ ໄດ້ຈັດກອງປະຊຸມຂອງຜູ່ນຳ 4 ຝ່າຍຢູ່ບາງກອກ. ໃນການຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມ, ທ່ານໄຊ ຊິດຊອບກ່າວວ່າ, ກອງປະຊຸມເປັນເອກະສັນກັນເຫັນດີ ຈະຈັດກອງປະຊຸມວິ ສາ ມັນຂອງລັດຖະສະພາໃນຕົ້ນເດືອນຫນ້າ, ແຕ່ກອງປະຊຸມເທື່ອນີ້ຈະບໍ່ຫາລືບັນຫາກ່ຽວກັບການດັດແກ້ລັດຖະ ທຳມະນູນ, ພຽງແຕ່ຈະ ພິຈາລະນາການຜ່ານເອກະສານທາງກົດຫມາຍທີ່ສຳຄັນກ່ຽວກັບຂອບການຮ່ວມມືຂອງອາຊຽນທີ່ຈະເຊັນໃນກອງປະຊຸມສຸດຍອດອາຊຽນທີ່ຈະຈັດຂຶ້ນຢູ່ຊຽງໃຫມ່ຂອງໄທໃນເດືອນຫນ້າ. ທ່ານໄຊຊິດຊອບຍັງຮຽກຮ້ອງໃຫ້ກຸ່ມພັນທະມິດປະຊາຊົນເພື່ອປະຊາທິປະໄຕ ຢ່າກີດຂວາງບໍ່ໃຫ້ກອງປະຊຸມວິສາມັນຈັດຂຶ້ນ, ຖ້າບໍ່ດັ່ງນັ້ນ, ຜົນປະໂຫຍດແລະພາບພົດຂອງປະເທດຈະຖືກທຳລາຍຢ່າງໃຫຍ່ຫຼວງ.
ວັນທີ 24 ພະຈິກນີ້, ທ່ານເຊົາວະລັດ ຈັນວິຣະກຸນ ຍັງມອບໃຫ້ທ່ານໂກວິດ ວັດທະນາ ລັດຖະມົນຕີວ່າການກະຊວງມະຫາດໄທຮັບຜິດຊອບແກ້ໄຂເຫດການໂຮມຊຸມນຸມປະທ້ວງຂອງກຸ່ມນີ້. ທ່ານສະແດງຄວາມບໍ່ພໍໃຈທີ່ຕຳຫຼວດປ່ອຍປະໃຫ້ຜູ່ສະຫນັບສະຫນູນຂອງກຸ່ມນີ້ເຂົ້າຍຶດທຳນຽບລັດຖະ ບານ, ແລະສັ່ງໃຫ້ຕຳຫຼວດຍຶດທຳນຽບລັດຖະບານຄືນໂດຍໄວ.