ອົງການ​ຢູ​ເນສ​ໂກ​ເລີ່​ມຂີດ​ແບ່ງ​ຊາຍ​ແດນ​ຢູ່​ຜາສາດ​ພະ​ວິຫານ

(GMT+08:00) 2008-11-07 19:35:23 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 7 ພະຈິກ​ນີ້,ອົງການ​ຢູ​ເນສ​ໂກສະ​ຫະປະຊາ​ຊາດ​ເລີ່​ມຂີດ​​ແບ່ງ​ຊາຍ​ແດນ​ໃຫ້​ຜາສາດ​ພະ​ວິຫານ ມໍລະດົກ​ວັດທະນະທຳ​ໂລກ​ທີ່​ໄດ້​ເຮັດ​​ໃຫ້​ເກີດ​ກໍລະນີ​ພິພາດ​ຢູ່ເຂດຊາຍ​ແດນກຳປູ​​ເຈຍ​ ​ໄທ​ໃນ​ຫວ່າງ​ມໍ່ໆ​ນີ້.

ຕາມ​ໜັງ​ສື​ພິມ《ພະນົມ​ເປັນ ​ໂພສດ໌》ຂອງ​ກຳປູ​ເຈຍ​ແຈ້ງ​ຂ່າວ​ວ່າ,ປະຈຸ​ບັນ,ຢູ່​ເຂດ​ຊາຍ​ແດນ​ກຳປູ​ເຈຍ​ໄທ,ມີສະຖານະ​ການ​ໝັ້ນທ່ຽງ,​ແຕ່​ກອງ​ທະຫານ​ກຳປູ​ເຈຍ​ຍັງ​ຈະ​ສະໜອງ​ການ​ປ້ອງ​ກັນ​ໃຫ້​ໜ່ວຍ​ຂີດ​ແບ່ງ​ຊາຍ​ແດນ​ຂອງ​ອົງການ​ຢູ​ເນສ​ໂກສະ​ຫະປະຊາ​ຊາດ.

ເຈົ້າ​ໜ້າ​ທີ່​ກອງ​ທະຫານ​ຂອງ​ແຂວງ​ພະ​ວິຫານ​ກຳປູ​​ເຈຍ​ກ່າວ​ວ່າ,ພາຍຫຼັງ​ວຽກ​ງານ​ຂີດ​​ແບ່ງ​ຊາຍ​ແດນ​ສຳ​ເລັດ​ລົງ​ແລ້ວ,ກອງ​ທະຫານ​ກຳປູ​ເຈຍ​ທີ່​ຮັບຜິດຊອບ​ການ​ປ້ອງ​ກັນ​ຜາສາດ​ພະ​ວິຫານ​ຈະ​ຍ້າຍ​ໄປ​ບ່ອນ​ອື່ນ.ກອງ​ທະຫານຂອງ​ກຳປູ​ເຈຍ​ແລະ​ໄທ​ທີ່​ປະຈຳ​ຢູ່​​ເຂດ​​ໃກ້​ກັບ​ຜາສາດ​ພະ​ວິຫານ​ພວມ​ພິຈາລະນາ​ປະກາດວ່າ,​ເຂດ​ຝ່າຍ​ຕົນ​ຫຼັງ​ການ​ຂີດ​ແບ່ງ​ຊາຍ​ແດນ​ເປັນ​ເຂດ​ອະນຸລັກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>