ຜູ່​ນຳ​ພັກ​ແລະ​ລັດ​ຂອງ​ຈີນ​ໄປ​ຊົມ​ການ​ວາງ​ສະ​ແດງ​ຮູບ​ພາບ​ກູ້​ໄພ​ແຜ່ນ​ດິນ​ໄຫວ

(GMT+08:00) 2008-10-08 11:20:02 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍ​ແລະ​ຕອນ​ຄ່ຳ​ວັນ​ທີ 7 ຕຸລາ​ນີ້, ຜູ່​ນຳ​ພັກ​ແລະ​ລັດ​ຂອງ​ຈີນ​ເຊັ່ນ: ທ່ານ​ຫູ​ຈິນທາວ ທ່ານ​ອູ​ປາງ​ໂກວ ທ່ານ​ເວີ່ນ​ເຈ່ຍ​ປາວ ທ່ານ​ເຈ່ຍ​ຊິ້ນລິນ  ທ່ານ​ຫຼີສາງ​ຊຸ່ນ  ທ່ານ​ຊີ​ຈິ້ນ​ພິງ ທ່ານ​ຫຼີ​ເຄິຊຽງ ທ່ານ​ເຮີ​ໂກວ​ຊຽງ​ແລະ​ທ່ານ​ໂຈວ​​ຢົງຄັ່ງ​​ແລະ​ທ່ານ​ອື່ນໆ​ໄດ້​ໄປ​ຮອດ​ຫໍພິພິດທະພັນ​ທະຫານ​ປະ​ຕິ​ວັດ​ປະຊາຊົນ​ຈີນ, ​ເພື່ອ​​ຊົມການວາງສະ​ແດງຮູບ​ພາບກູ້​ໄພ​ແຜ່ນດິນ​ໄຫວທີ່​ພວມ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້​ເຊິ່ງມີ​ຫົວ​ຂໍ້​ວ່າ: ປະຊາຊົນ​​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ກັນ​, ທຸກ​ສິ່ງ​ທຸກ​ຢ່າງກໍ່​ຈະ​ສຳ​ເລັດ​ຜົນທີ່​ພວມ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້.

ການວາງສະ​ແດງດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ສະ​ເທືອນ ໃຈ​ທີ່ທົ່ວ​ພັກ ທົ່ວກອງທັບ​ແລະ ປະຊາຊົນ​ເຜົ່າ​ຕ່າງໆ​​ໃນ​ທົ່ວ​ປະ​ເທດ​​ຈີນ​ຮ່ວມ​ກັນກູ້​ໄພ​​ແຜ່ນດິນ​​​​ໄຫວ​ທີ່​ຮຸນ​ແຮງທີ່​ສຸດ​,  ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ການວາງສະ​ແດງຮູບ​ພາບ​ນີ້ໄດ້​ຈັດ​ຂຶ້ນ​ເປັນ​ຢ່າງ​ດີ. ຫຼັງ​ຈາກ​ເບິ່ງ​ແລ້ວ, ​ເຮັດ​ໃຫ້​ຄົນຮູ້​ສຶກ​ສະ​ເທືອນ ໃຈແລະ​​ໃຫ້​ກຳ​ລັງ​ໃຈ.   ທ່ານ​ຫູ​ຈິນທາວ​ກ່າວ​ເນັ້ນ​ວ່າ, ​ອອ​ກ​ແຮງສົ່ງ​ເສີມນ້ຳໃຈ​ກູ້​ໄພ​ທີ່​ຍິງ​ໃຫຍ່, ຈີນ ກໍ່ ຈະ ສາ ມາດ ເອົາ ຊະນະ​ຄວາມ​ຫຍຸ້ງ ຍາກລຳ ບາກ ທຸກ ຢ່າງ ໄປ ໄດ້, ຊຸກຍູ້​ໃຫ້​ວຽກ​ງານ​ຕ່າງໆ​ຂອງ​ພັກ​ແລະ​ລັດ​​ໃຫ້ ຂະ ຫຍາຍ​ໄປ​ຫນ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>