6​ພັກ​ຂອງ​ໄທ​ຕົກ​ລົງ​ຮ່ວມ​ກັນ​ຈັດ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່

(GMT+08:00) 2008-09-11 18:54:59 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວັນ​ທີ11​ກັນຍາ​ນີ້,6ພັກ​ຂອງ​ສະຫະພັນ​ຄອງ​ອຳນາດ​ຂອງ​ໄທ​ປະ​ກາດ​ວ່າ​ຈະ​ຮ່ວມ​ກັນ​ຈັດ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່.

ຕອນ​ບ່າຍ​ວັນ​ທີ11​ກັນຍາ​ນີ້,ຢູ່​ບາງກອກ,ທ່ານສົມ​ຊາຍ​ ວົງ​ສະ​ຫວັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ​ທີ​ການ ຮອງ​ປະ​ທານ​ພັກ​ພະ​ລັງ​ປະ​ຊາ​ຊົນ​ ພ້ອມ​ກັບ​ປະ​ທານ​ຫຼື​ຜູ້​ຕາງ​ໜ້າ​ຂອງ​ພັກ​ຊາດ​ໄທ ພັກ​ເພື່ອ​ແຜ່ນ​ດິນ ພັກ​ປະ​ຊາ​ຊົນ ພັກ​ມັດ​ຊິ​ມາ​ປະ​ຊາ​ທິ​ປະ​ໄຕ ພັກ​ຮ່ວມ​ໃຈ​ໄທ​ຊາດ​ພັດ​ທະ​ນາ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ປະ​ສົມ.​ທ່ານ​ສົມ​ຊາຍ​ກ່າວ​ວ່າ,​6ພັກ​ດັ່ງ​ກ່າວ​ໄດ້​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ,​ຈະ​ຈັດ​ຕັ້ງ​ລັດ​ຖະ​ບານ​ໃໝ່​ຮ່ວມ​ກັນ,​ພັກ​ຕ່າງໆ​ສະ​ໜັບ​ສະ​ໜູນ​ພັກ​ພະ​ລັງ​ປະ​ຊາ​ຊົນ​ສະ​ເໜີ​ຊື່​ຜູ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່.

ຜູ້ນຳ​ຂອງ​ພັກ​ຕ່າງໆ​ລ້ວນ​ແຕ່​ກ່າວ​ວ່າ,ສະໜັບສະໜູນ​ພັກ​ພະລັງ​ປະຊາຊົນ​ເປັນ​ແກນ​ກາງ​ຂອງ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ,​ແລະ​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ທີ່​ສະ​ເໜີ​ໂດຍ​ພັກ​ພະ​ລັງ​ປະ​ຊາ​ຊົນ,​ພ້ອມ​ກັນ​ນັ້ນ,​ຫວັງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​ຈະ​ສາ​ມາດ​ຜ່ອນ​ຄາຍ​ວິ​ກິດ​ການ​ການ​ເມືອງ​ໃນ​ສະ​ເພາະ​ໜ້າ​ນີ້.

ມື້​ດຽວ​ກັນ,ພັກ​ພະລັງ​ປະຊາຊົນ​ຈັດ​ກອງ​ປະຊຸມ​ສະມາຊິກ​ສະພາຜູ້​ແທນ​ລາດ​ຊະ​ດອນ,​ແລະ​ຕົກ​ລົງ​​ສະ​ໜັບ​ສະ​ໜູນ​ທ່ານ​ສະ​ໝັກ ສຸນ​ທໍລະ​ເວດ ປະ​ທານ​ຂອງ​ພັກ​ດັ່ງ​ກ່າວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກ​ເທື່ອ​ໜຶ່ງ.​ຕາມ​ຂ່າວ​ແຈ້ງ​ວ່າ,​ທ່ານ​ສະ​ໝັກ​ ສຸນ​ທໍ​ລະ​ເວດ​ໄດ້​ສະ​ແດງ​ວ່າ ຮັບ​ເອົາ​ການ​ສະ​ເໜີ​ຊື່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>