ຈີນຕັ້ງທູດໃຫຍ່ປະຈຳອາຊຽນແມ່ນຂີດໝາຍອັນສຳຄັນແຫ່ງການພົວພັນລະຫວ່າງຈີນກັບອາຊຽນຂະຫຍາຍຕົວກ້າວສູ່ລວງເລິກ
(GMT+08:00) 2008-07-24 18:29:05 cri
-----------------------------------------------------------------------------------------------------------------

ຕາມຂ່າວ CRI: ວັນທີ 24 ກໍລະກົດນີ້, ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ, ທ່ານລິວຈ້ຽນຊ່າວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ລັດຖະບານຈີນຕົກລົງຕັ້ງເອກອັກຄະລັດຖະທູດປະຈຳອາຊຽນ, ນີ້ແມ່ນຂີດໝາຍອັນສຳຄັນແຫ່ງການພົວພັນລະຫວ່າງຈີນກັບອາຊຽນທີ່ຂະຫຍາຍ ຕົວກ້າວສູ່ລວງເລິກ.
ວັນທີ 23 ກໍລະກົດນີ້, ໃນກອງປະຊຸມລັດຖະມົນຕີການຕ່າງປະເທດຈີນອາຊຽນທີ່ຈັດຂຶ້ນຢູ່ສິງກະໂປ, ຝ່າຍຈີນກ່າວວ່າ, ເພື່ອແລກປ່ຽນແລະປະສານງານຢ່າງໃກ້ຊິດກວ່າເກົ່າ, ລັດຖະບານຈີນຕົກລົງຕັ້ງເອກອັກຄະລັດຖະທູດປະຈຳອາຊຽນ.
ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານລິວຈ້ຽນຊ່າວກ່າວວ່າ, ບົດບາດຂອງເອກອັກຄະລັດຖະທູດປະຈຳອາຊຽນແມ່ນເພື່ອເສີມສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນກັບອາຊຽນຕື່ມອີກ. ຈີນເພີ່ງພໍໃຈນຳການຂະຫຍາຍການພົວພັນກັບອາຊຽນໃນປະຈຸບັນ, ແລະມີຄວາມຄອງຄອຍໃຫຍ່ກວ່າເກົ່າ, ຫວັງໃຫ້ການຮ່ວມມືລະຫວ່າງສອງຝ່າຍພັດທະນາຕື່ມອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ