ຈີນຂຶ້ນ​ລາຄາ​ນ້ຳມັນ​ແລະ​ໄຟຟ້າ

(GMT+08:00) 2008-06-20 17:16:21 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານຊີ​ນຮວາ:ວັນ​ທີ 19 ມິຖຸນາ​ນີ້,ຄະ​ນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ປະກາດ​ວ່າ:ນັບ​ແຕ່​ວັນ​ທີ 20 ມິຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ,ຈີນ​ຈະ​ຂຶ້ນ​ລາຄາ​ນ້ຳມັນ​​ແອັດ​ຊັງ​ແລະ​ນ້ຳມັນ​ກາ​ຊວນ​​ຂຶ້ນ​ຕື່ມ​ໂຕນ​ລະ 1000 ຢວນ,ລາ​ຄາ​ນ້ຳມັນ​ຍົນ 1500 ​ຢວນ;​ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ປີ​ນີ້​ເປັນ​ຕົ້ນ​ໄປ,ຈະ​ຂຶ້ນລາ​ຄາ​ໄຟຟ້າ​ກີ​ໂລ​ວັດ​ໂມງລະ 0,025 ຢວນ​ໃນ​ທົ່ວ​ປະ​ເທດ.ລາຄາ​ອາຍ​ແກັສທາດ​ນ້ຳ​ແລະ​ອາຍ​ແກັສທຳ​ມະ​ຊາດ​ບໍ່​ມີ​ການ​ປ່ຽນ​ແປງ.

ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ກ່າວ​ວ່າ,ຈະ​ໃຊ້​ມາດ​ຕະການຕ່າງໆ,​ເພື່ອຫຼຸດ​ຜ່ອນ​ຜົນ​ກະທົບຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍ້ອນການ​ປັບ​ລາຄາ​ໃຫ້​ໜ້ອຍ​ລົງ.ພ້ອມ​ກັນ​ນັ້ນ,ກໍ່ບໍ່​ປັບ​ລາຄາ​ໄຟຟ້າ​ທີ່​ປະຊາຊົນ​ທົ່ວ​ໄປ​ໃຊ້ຢູ່​ຕົວ​ເມືອງ​ແລະ​ຊົນນະບົດ​ແລະ​ໄຟຟ້າ​ໃຊ້​ໃນ​ການ​ຜະລິດ​ກະສິກຳ​ແລະ​ຝຸ່ນ​ເຄມີ,ລາຄາ​​ໄຟຟ້າ​ຂອງ​ເມືອງ​ໃນ​ແຂວງ​ເສ​ສວນ ສ້າ​ນຊີ​ແລະ​ກ່ານ​ຊູ້​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ແຜ່ນດິນ​ໄຫວ​ຢ່າງ​ໜັກໜ່ວງກໍ່​ບໍ່​ມີ​ການ​ປ່ຽນ​ແປງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>