ແຜນ​ການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຫຼັງ​ໄພ​ແຜ່ນ​ດິນ​ໄຫວຈີນ​ວາງ​ອອກ​ແລ້ວ

(GMT+08:00) 2008-06-13 15:55:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ:ວັນ​ທີ 13 ມິຖຸນາ​ນີ້,《​ວິທີ​ດຳ​ເນີນ​ງານ​ແຜນການ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​​ໃໝ່​ຫຼັງ​ໄພ​​ແຜ່ນດິນ​ໄຫວ​ເມືອງ​ເວິ້ນ​ຊ່ວນ​ລະດັບ​ຊາດ》​ເຊິ່ງ​ເປັນ​​ແຜນຜັງ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ​ໄດ້​ເປີດ​ເຜີຍ​ແລ້ວ,​ໃນ​​ແຜນ​ການ​ດັ່ງກ່າວ,​​ໄດ້​ຈັດຊີວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນຖານ​ຂອງ​ປະຊາຊົນ​ຜູ້ປະ​ສົບ​ໄພ​ແລະ​ສິ່ງ​ກໍ່ສ້າງ​ບໍລິການ​ສາທາລະນະ​ເປັນບູລິ​ມະ​ສິດ.

ໄພ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ເມືອງ​ເວິ້ນຊ່ວນທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ພຶດສະພາ​ແລ້ວ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍດ້ານ​ຊີວິດ​ແລະ​ຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ.​ເຮືອນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ພັງ​ທະລາຍ,ສິ່ງ​ກໍ່ສ້າງ​ການ​ຜະລິດ​ອຸດສາຫະກຳ​ແລະ​ກະສິກຳ​ສ່ວນ​ໜຶ່ງ​ຖືກ​ທຳລາຍ,ພື້ນຖານ​ໂຄງ​ລ່າງ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ,ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ເຂດ​ປະສົບ​ໄພ​ບໍ່​ມີ​ບ່ອນ​ພັກ​ອາ​ໄສ.

ຕໍ່​ເລື່ອງ​ນີ້,​ໃນ​ວິທີ​ດຳ​ເນີນ​ງານ,​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ,​ໃນ​ເວລາ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່,ຈະ​ໃຫ້​ບູລິ​ມະ​ສິດ​ແກ້​ໄຂ​ບັນ​ຫາ​ສິ່ງ​ກໍ່ສ້າງ​ບໍລິການ​ສາທາ​ລະນະ​ພື້ນຖານ​ແລະ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ​​ເຮືອນ​ຢູ່ ການ​ສຶກສາ​ແລະການ​ປິ່ນປົວຂອງ​ປະຊາຊົນ​ເຂດ​ປະສົບ​ໄພ,​​ຂ້ຽວເລັ່ງຟື້ນ​ຟູ​ການ​ຜະລິດ,​ແກ້​ໄຂ​ບັນຫາ​ປະກອບ​ອາຊີບ​ແລະ​ລາຍ​ໄດ້​ຂອງ​ປະຊາຊົນ​ເຂດ​ປະສົບ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>