ວຽກງານສ້າງສາຄືນໃຫມ່ເຂດປະສົບໄພແຜ່ນດິນໄຫວແຂວງເສສວນຈີນຈະເນັ້ນການອະນຸລັກສິ່ງແວດລ້ອມ
(GMT+08:00) 2008-06-12 18:04:07 cri
-----------------------------------------------------------------------------------------------------------------

ຕາມຂ່າວ cri: ວັນທີ 12 ມິຖຸນານີ້ ຢູ່ປັກກິ່ງ, ທ່ານຊາວຄາງຖາຍ ຫົວຫນ້າຫ້ອງການກົດຫມາຍຂອງລັດຖະບານຈີນກ່າວວ່າ, ວຽກງານສ້າງສາຄືນໃຫມ່ຢູ່ເຂດປະສົບໄພແຜ່ນດິນໄຫວຢູ່ເສສວນຈີນຈະເນັ້ນການອະນຸລັກສິ່ງແວດລ້ອມ, ຕ້ອງປ້ອງກັນບໍ່ໃຫ້ການສ້າງສາຄືນໃຫມ່ທຳລາຍສິ່ງແວດລ້ອມທີ່ອ່ອນແອແລ້ວນັ້ນອີກ.
ໃນກອງປະຊຸມຂ່າວທີ່ຫ້ອງການຖະແຫລງການລັດຖະບານຈີນຈັດຂຶ້ນນັ້ນ, ທ່ານຊາວຄາງຖາຍກ່າວວ່າ,ລະບຽບການສ້າງສາຄືນໃຫມ່ຫລັງແຜ່ນ ດິນໄຫວທີ່ຫາກໍ່ເຜີຍແຜ່ອອກນັ້ນກຳນົດວ່າ, ການຈັດວາງຊົ່ວຄາວຕ້ອງຫລີກເວັ້ນບໍ່ໃຫ້ທຳລາຍເຖິງເຂດສະຫງວນທຳມະຊາດ ແຫລ່ງນ້ຳດຶ່ມແລະເຂດທີ່ສິ່ງແວດລ້ອມອ່ອນແອນັ້ນອີກ;ຢາດັບເຊື້ອແລະຢາທຳຄວາມສະອາດທີ່ໃຊ້ຢູ່ບ່ອນຈັດວາງຊົ່ວຄາວນັ້ນຕ້ອງສອດຄ່ອງກັບຄວາມຕ້ອງການໃນການອະນຸລັກສິ່ງແວດລ້ອມ;ໃນເວລາວາງແຜນການສ້າງສາຄືນໃຫມ່ຫລັງແຜ່ນດິນໄຫວ, ຕ້ອງພິຈາລະນາເຖິງລະດັບຂອງຊັບພະຍາກອນແລະສິ່ງແວດລິອມ;ການສ້າງຕົວເມືອງແລະຕາແສງຂຶ້ນຕ້ອງຫລີກເວັ້ນບໍ່ສ້າງຢູ່ບ່ອນທີ່ສິ່ງແວດລ້ອມອ່ອນແອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ