ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 17:43:01    
ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ມຽນ​ມາ

cri
ຕາມ​ຂ່າວ CRI: ວັນ​ທີ 23 ພຶດສະພາ​ນີ້, ທ່ານ​ບານ​ກີ​ມຸນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດການ​ເຈລະຈາ​​ແບບ​ພາຍ​​ໃນກັບ​ພົນ​ເອກ​ທັນ​ສະ​ເວ ຜູ້ນ​ມຽນມາ​ຢູ່​​ເນ​ປີ​ດໍ ນະຄອນຫຼວງ​ໃໝ່​ຂອງ​ມຽນມາ.

ທ່າ​ນບານ​ກີ​ມຸນ​ໄດ້​ເດີນທາງ​ຮອດ​ຢາງ​ກຸງ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ພຶດສະພານີ້​, ເພື່ອປະສານ​ວຽກງານ​ກູ້​ໄພ​ສາກົນ​ຕໍ່​ປະຊາຊົນທີ່​ປະສົບ​ໄພ​ລົມພາຍຸ​ໃນ​ມຽນມາ. ປະຈຸ​ບັນ, ທ່ານ​ບານ​ກີ​ມຸນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ພົນ​ເອກ​ເທນ​ເຊ​ນ ນາຍົກລັດຖະມົນຕີມຽນມາ, ​ແລະ​ໄດ້​ພົບ​ປະກັບ​ຜູ້​ແທນ​ຂອງ​ສະພາກາ​ແດງ​ມຽນມາ​ແລະ​ອົງການ​ອື່ນໆທີ່​ບໍ່​ແມ່ນ​ລັດຖະບານ. ທ່ານ​ຍັງ​ໄດ້​ຂີ່​ຍົນ​ເຮ​ລີ​ກົບ​ແຕ​ໄປ​ສຳຫຼວດສະພາບ​ການ​ປະສົບ​ໄພ​ຢູ່​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳເອຣາວະດີທີ່​ປະສົບ​ໄພ​ຮ້າຍ​ແຮງ​ກວ່າ​ໝູ່.

ກ່ອນ​ໜ້າ​ນີ້, ​ໃນ​ເວລາ​ຕໍ່​ຍົນ​ຢູ່​ສະໜາມ​ບິນບາງກອກຂອງ​ໄທ, ທ່ານ​ບານ​ກີ​ມຸນ​ກ່າວ​ວ່າ, ປະຈຸ​ບັນ, ສະພາບ​ການ​ປະສົບ​ໄພຂອງ​ມຽນມາ​ພວມ​ຢູ່​ໃນ​ໄລຍະ​ຂ້ຽວຂາດທີ່​ສຸດ, ສະຫະ​ປະຊາ​ຊາດ​ຈະ​ຮ່ວມ​ມືຢ່າງ​ສະໜິດ​ແໜ້ນ​ກັບ​ອາ​ຊຽນ​ແລະ​ລັດຖະບານ​ມຽນມາ, ຮັບປະກັນ​ໃຫ້​ວຽກ​ງານ​ກູ້​ໄພ​ສາມາດ​ດຳ​ເນີນ​ໄປ​ຢ່າງ​ສະດວກ​ແລະ​ບັງ​ເກີດ​ຜົນ​.