ຈີນຮັບປະກັນການສະໜອງຢາແລະອຸປະກອນປິ່ນປົວໃຫ້ເຂດປະສົບໄພແຜ່ນດິນໄຫວ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 19 ພຶດສະພານີ້, ກົມອາຫານແລະຢາແຫ່ງຊາດຈີນໄດ້ຈັດວາງ 5 ມາດຕະການໃໝ່ຢ່າງຮີບດ່ວນ, ເພື່ອຮັບປະກັນການສະໜອງຢາແລະອຸປະກອນປິ່ນປົວໃຫ້ເຂດປະສົບໄພແຜ່ນດິນໄຫວ.
ມາດຕະການເຫຼົ່ານີ້ລວມມີ: ສົ່ງໜ່ວຍງານໄປເຂດປະສົບໄພແຜ່ນດິນໄຫວເພື່ອຊອກຮູ້ຢາປິ່ນປົວທີ່ຕ້ອງການດ່ວນພ້ອມດ້ວຍສະພາບຄວາມຕ້ອງການ, ສັບຊ້ອນ, ແລະຕິດຕາມຄຸ້ມຄອງອຸປະກອນປິ່ນປົວ, ປະສານງານແກ້ໄຂບັນຫາຈັດຕັ້ງໜ່ວຍງານກວດກາຢາປິ່ນປົວລົງ, ໄປວິສາຫະກິດຜະລິດຢາແລະອຸປະກອນປິ່ນປົວ, ຮັບປະກັນການອະນຸມັດຢາວັກແຊງແລະຜະລິດຕະພັນເລືອດໃຫ້ໄວເທົ່າທີ່ຈະໄວໄດ້, ເຂົ້າຮ່ວມການຄາດຄະເນຢາປິ່ນປົວທີ່ອາດຈະຂາດເຂີນໃນການກູ້ໄພແຜ່ນດິນໄຫວຢ່າງລ່ວງໜ້າ, ຊ່ອຍພາກສ່ວນທີ່ກ່ຽວຂ້ອງກະກຽມລ່ວງໜ້າ.
|
|