ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 10:42:16    
ການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຈີນ​ເຂົ້າ​ໃນ​ໝົດ​ທຸກ​ບ້ານ​ຢ່າງ​ຮອບ​ດ້ານ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ໜ່ວຍ​ກູ້​ໄພ​ນ້ອຍທີ່​ກອງ​ທະຫານ​ກູ້​ໄພ​ແຜ່ນດິນ​ໄຫວ​ຈີນ​ສົ່ງ​ອອກ​ນັ້ນ​ໄດ້​​ໄປ​ຮອດ 405 ບ້ານ​ຂອງ 40 ​ເຂດ​ແລະ​ຕາ​ແສງ​ທີ່ປະສົບ​ໄພຮ້າຍ​ແຮງ​ຂອງ​ແຂວງ​ເສ​ສວນ​​ເພື່ອກູ້​ໄພ.
​ໃນ​ໄລຍະ​ຊີ້​ນຳ​ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ຢູ່​ເຂດ​ປະສົບ​ໄພ​ຂ​ອງ​ແຂວງ​ເສ​ສວນ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ເນັ້ນເທື່ອ​ແລ້ວ​ເທື່ອ​ອີກວ່າ, ທະຫານ​ກູ້​ໄພ​ຕ້ອງ​ເຂົ້າ​ສູ່​ໝົດ​ທຸກ​ບ້ານ​ໂດຍ​ໄວ, ​ກວດກາ​ເຮືອນ​ພັງ​ທະລາ​ຍທຸກຫຼັງ, ພະຍາຍາມ​ຊອກຫາ​ກອບ​ກູ້​ປະຊາຊົນ​ຢູ່​ໃນ​ຊາກ​ອາຄານ​ຢູ່ສຸດ​ຂີດ.

ທະຫານ​ຈີນ​ໄດ້​ໃຊ້​ຮູບ​ການ​ຕ່າງໆ, ​ເຊັ່ນ: ​ຍ່າງ, ຂີ່ລົດ​ແລະ​ຂົນ​ສົ່ງ​ທາງ​ອາກາດ​ເພື່ອ​ເຂົ້າ​ສູ່ບ້ານ​ທີ່​ປະສົບ​ໄພ​ເມື່ອ​ທະ​ຫານ​ກູ້​ໄພ​ເຂົ້າ​ໃນ​ບ້ານ​ແລ້ວ, ກໍ່​ແຈກ​ຢາຍຢາ​ປິ່ນປົວ, ອາຫານ​ແລະ​ນ້ຳ​ບໍລິສຸດ​ໃຫ້​ປະຊາຊົນ​ໃນ​ທັນທີ, ​ແລະ​ໄດ້​ດຳ​ເນີນ​ການ​ກອບ​ກູ້​ປະຊາຊົນ​ຢູ່​ໃນ​ຊາກ​ອາຄານຢ່າງ​ທັນ​ການ.