ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 10:22:41    
ມຽນ​ມາ​ປະ​ກາດ​ໄວ້​ອາ​ໄລ 3 ມື້​ໃຫ້​ຜູ້​ເສຍ​ຊີ​ວິດ​ໃນ​ລົມ​ພາ​ຍຸ​ແຖບ​ຮ້ອນ

cri
ຕາມ​ຂ່າວ CRI: ວັນ​ທີ 19 ພຶດສະພາ​ນີ້, ລັດຖະບານ​ມຽນມາ​ປະກາດ​ວ່າ, ນັບ​ແຕ່​ວັນ​ທີ 20 ພຶດສະພາ​ນີ້​ເປັນ​ຕົ້ນ​ໄປ, ​ໄວ້ອາ​ໄລ​3 ມື້ໃຫ້​ຜູ້​​ເສຍ​ຊີວິດ​ໃນ​ລົມພາຍຸ​ແຖບ​ຮ້ອນ, ​ໃນ​ໄລຍະ​ໄວ້ອາ​ໄລ, ທົ່ວ​ປະ​ເທດຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ, ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຜູ້​ເສຍ​ຊີວິດ.

ວັນ​ທີ 19 ພຶດສະພາ​ນີ້, ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ 10 ປະ​ເທດ​ອາ​ຊຽນ​ໄດ້ຈັດ​ກອງ​ປະຊຸມ​ວິສາມັນ​ຢູ່​ສິງກະ​ໂປ, ​ເຫັນ​ດີ​ສ້າງ​ກົນ​ໄກ​ປະສານ​ງານ​ກູ້​ໄພ​ມຽນມາ​ທີ່​ມີ​ອາ​ຊຽນ​ເປັນຜູ້ນຳ​ພາ, ​ແລະ​ໃຫ້​ກອງ​ໜ້າ​ທີ່​ນຳ​ໂດຍ​ທ່ານ​ສຸລິນ ພິດ​ສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນຮັບຜິດຊອບ​ການ​ໝູນ​ເດີນ​ຂອງ​ກົນ​ໄກ. ພາຍຫຼັງ​ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ການ​ຊ່ອຍ​ເຫຼືອ​ທີ່​ປະຊາ​ຄົມ​ໂລກ​ສະໜອງ​ໃຫ້​ມຽນມາ​ໂດຍ​ຜ່ານ​ອາ​ຊຽນບໍ່​ຄວນ​ຫັນ​ເປັນ​ການ​ເມືອງ, ບົນ​ພື້ນຖານ​ດັ່ງກ່າວ, ມຽນມາ​ກ່າວ​ວ່າ​ເຫັນ​ດີ​ຮັບ​ການ​ຊ່ອຍ​ເຫຼືອຈາກ​ປະຊາ​ຄົມ​ໂລກ, ​​ເຫັນ​ດີ​ປະ​ເທດ​ອາ​ຊຽນຕ່າງໆ​ສົ່ງໜ່ວຍ​ກູ້​ໄພ​ໜ່ວຍ​ແພດໄປ​ເຂດ​ປະສົບ​ໄພ​ມຽນມາ​ໃນ​ທັນທີ.

ມື້​ດຽວ​ກັນ, ​ເລຂາ​ທິ​ການ​ໃຫຍ່​ສະຫະ​ປະຊາ​ຊາດ​ແລະ​ປະທານ​ອາ​ຊຽນຍັງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ປະກາດ​ວ່າ​ກອງ​ປະຊຸມ​ສາກົນ​ອາ​ຊຽນ​ສະຫະ​ປະຊາ​ຊາດ​ຊ່ອຍ​ເຫຼືອມຽນມາ​ຈະ​ຈັດ​ຂຶ້ນ​ຢູ່​ຢາງ​ກຸງ​ຂອງມຽນມາ​ໃນ​ວັນ​ທີ 25 ພຶດສະພາ​ນີ້. ມື້​ດຽວ​ກັນ​, ທ່ານ​ຊິນ​ເມ​ໂຄ​ມັກ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ດຽວ​ນີ້, ອາ​ເມ​ລິ​ກາ​ບໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະສົ່ງ​ເຈົ້າ​ໜ້າ​ທີ່​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ເທື່ອ​ນີ້.