ນັກທ່ອງທ່ຽວຈີນແລະຕ່າງປະເທດໝື່ນກວ່າຄົນທີ່ຄ້າງຢູ່ແຂວງເສສວນຍ້ອນແຜ່ນດິນໄຫວໄດ້ມີ 9720 ຄົນຖອນອອກຈາກເຂດປະສົບໄພຢ່າງປອດໄພ
cri
Author: cai
ຕາມຂ່າວສານຊີນຮວາ:ນັບມາຮອດເວລາ 12 ໂມງວັນທີ 18 ພຶດສະພານີ້,ນັກທ່ອງທ່ຽວຈີນແລະຕ່າງປະເທດໝື່ນກວ່າຄົນທີ່ຄ້າງຢູ່ແຂວງເສສວນຍ້ອນແຜ່ນດິນໄຫວໄດ້ມີ 9720 ຄົນຖອນອອກຈາກເຂດປະສົບໄພຢ່າງປອດໄພ.ວັນທີ 18 ພຶດສະພານີ້,ຢູ່ປັກກິ່ງ,ທ່ານວາງຈື້ຝ່າ ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດຈີນກ່າວວ່າ,ຜ່ານຈາກການຊອກຫາຂອງພະແນກທ່ອງທ່ຽວແຂວງເສສວນແລະຂອງທົ່ວປະເທດ,ມີນັກທ່ອງທ່ຽວຈີນແລະຕ່າງປະເທດລວມປະມານ 10386 ຄົນຖືກຄ້າງຢູ່ເຂດປະສົບໄພແຜ່ນດິນໄຫວ,ໃນນັ້ນ,ມີນັກທ່ອງທ່ຽວທີ່ມາຈາກເຂດໄຕ້ຫວັນ ຮົງກົງແລະມາກາວ 1073 ຄົນ.ນັບມາຮອດເວລາ 12 ໂມງວັນທີ 18 ພຶດສະພານີ້,ໄດ້ມີນັກທ່ອງທ່ຽວຈີນແລະຕ່າງປະເທດ 9720 ຄົນຖອນອອກຈາກເຂດປະສົບໄພດ້ວຍຄວາມປອດໄພ.
ຕາມສະຖິຕິ,ໄພແຜ່ນດິນໄຫວໄດ້ພາໃຫ້ນັກທ່ອງທ່ຽວ 54 ຄົນເສຍຊີວິດ,ໃນນັ້ນ,ມີນັກທ່ອງທ່ຽວໄຕ້ຫວັນຄົນໜຶ່ງ,ນັບມາຮອດປະຈຸບັນ,ຍັງບໍ່ທັນໄດ້ຮັບການລາຍງານວ່າມີນັກທ່ອງທ່ຽວຕ່າງປະເທດເສຍຊີວິດຫຼືບາດເຈັບ.
|
|