ຜູ້ຊ່ຽວຊານກ່າວວ່າ, ດັດແກ້ລະດັບຄວາມແຮງແຜ່ນດິນໄຫວສອດຄ່ອງກັບມາດຕະຖານສາກົນ
cri
ຕາມຂ່າວໜັງສືພິມເຢັນມິນຢື້ປ້າວ: ວັນທີ 18 ພຶດສະພານີ້,ໂດຍຜ່ານການວັດແທກອັນລະອຽດຕໍ່ຕົວເລກຕ່າງໆກ່ຽວກັບແຜ່ນດິນໄຫວ, ກົມແຜ່ນດິນໄຫວຈີນໄດ້ດັດແກ້ລະດັບຄວາມແຮງແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຂວງເສສວນຈາກຂັ້ນ 7,8 ລິກເຕີຂຶ້ນເປັນ 8,0 ລິກເຕີ. ຜູ້ຊ່ຽວຊານທີ່ກ່ຽວຂ້ອງຂອງກົມແຜ່ນດິນໄຫວຈີນອະທິບາຍວ່າ, ການດັດແກ້ລະດັບຄວາມແຮງແຜ່ນດິນໄຫວສອດຄ່ອງກັບມາດຕະຖານສາກົນ.
ວັນທີ 12 ພຶດສະພານີ້, ຫຼັງຈາກແຜ່ນດິນໄຫວເສສວນອັນຮ້າຍແຮງເກີດຂຶ້ນແລ້ວ, ອີງຕາມຕົວເລກວັດແທກຈາກຕາໜ່າງສະຖານີວັດແຜ່ນດິນໄຫວແຫ່ງຊາດ, ສູນຕາໜ່າງສະຖານີວັດແຜ່ນດິນໄຫວຈີນປະກາດຄວາມແຮງຂອງແຜ່ນດິນໄຫວວ່າ 7,8 ລິກເຕີໃນທັນທີ. ໂດຍອີງຕາມມາດຕະຖານສາກົນ, ຜູ້ຊ່ຽວຊານແຜ່ນດິນໄຫວໄດ້ດຳເນີນການວັດແທກລະອຽດຕໍ່ຕົວເລກຂອງແຜ່ນດິນໄຫວເທື່ອນີ້ດ້ວຍຂໍ້ມູນຈາກສະຖານີວັດແຜ່ນດິນໄຫວຫຼາຍກວ່າເກົ່າໃນທົ່ວໂລກ, ແລ້ວດັດແກ້ຄວາມແຮງແຜ່ນດິນໄຫວເທື່ອນີ້ເປັນ 8,0 ລິກເຕີ.
|
|