|
 |
(GMT+08:00)
2008-05-18 11:57:19
|
 |
ສື່ມວນຊົນຕ່າງປະເທດຍ້ອງຍໍທົ່ວປະເທດຈີນພ້ອມໃຈຮ່ວມແຮງກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ
cri
ຕາມຂ່າວສານຊິນຮວາ, ໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຂວງເສສວນຂອງຈີນໄດ້ເຮັດໃຫ້ມີຄົນເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍແລະມີຄວາມເສຍຫາຍດ້ານຊັບສິນຢ່າງໜັກໜ່ວງ, ໃນຫຼາຍມື້ມານີ້, ສື່ມວນຊົນຕ່າງປະເທດຈຳນວນໜຶ່ງໄດ້ພິມບົດຄວາມ, ຍ້ອງຍໍລັດຖະບານແລະປະຊາຊົນຈີນທີ່ພະຍາຍາມຕ້ານໄພແລະກູ້ໄພຢ່າງວ່ອງໄວແລະມີປະສິດທິພາບສູງ, ທົ່ວປະເທດຈີນໄດ້ພ້ອມໃຈຮ່ວມແຮງກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ.
ໜັງສືພິມເດີ ເດລີ ໂຢມີອູຣີຂຽນວ່າ, ທ່ານປະທານຫູຈີນທາວແລະທ່ານນາຍົກລັດຖະມົນຕີເວີ່ນເຈຍປາວປະກົດຕົວຢູ່ຕໍ່ໜ້າປະຊາຊົນຜູ້ປະສົບໄພ, ແລະຄຳນຶງເຖິງຄວາມຄອງຄອຍຂອງປະຊາຊົນທີ່ຢາກພົ້ນອອກຈາກຄວາມທຸກທໍລະມານທີ່ເກີດມາຈາກໄພແຜ່ນດິນໄຫວໂດຍໄວຢ່າງເຕັມສ່ວນນັ້ນ, ໄດ້ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽງທຸ່ນທ່ຽງໂດຍບໍ່ຕ້ອງສົງໄສເລີຍ.
ໜັງສືພິມລຽນເຮີຈາວປ້າວຂອງສິງກະໂປສະບັບວັນທີ17ພຶດສະພານີ້ໄດ້ພິມບົດຄວາມຂຽນວ່າ, ພາຍຫຼັງເກີດໄພແຜ່ນດິນໄຫວແລ້ວ, ຈີນໄດ້ເປີດເຜີຍຂໍ້ມູນຂ່າວສານຢ່າງຈະແຈ້ງແລະຍິນດີໃຫ້ຕ່າງປະເທດເຂົ້າຮ່ວມການຊ່ວຍເຫຼືອ, ທັງໄດ້ເຕົ້າໂຮມນ້ຳໃຈພາຍໃນປະເທດ, ໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າແລະຄວາມໝັ້ນໃຈຂອງຈີນທີ່ເປັນປະເທດໃຫຍ່.
ໜັງສືພິມນິວຊີແລນ ເຮລານ ສະບັບວັນທີ17ພຶດສະພານີ້ໄດ້ພິມບົດຄວາມຂຽນວ່າ, ເມື່ອຄະນະກຳມະການໂອລິມປິກສາກົນຫຼືIOCຕົກລົງມອບສິດຈັດງານກິລາໂອລິມປິກລະດູຮ້ອນ2008ໃຫ້ປັກກິ່ງ, ປະຊາຄົມໂລກກໍໄດ້ໃຫ້ຄວາມຫວັງໃນລະດັບສູງຕໍ່ຈີນ. ເວລາໄດ້ພິສູດວ່າ IOCໄດ້ເລືອກເຟັ້ນຖືກຕ້ອງແລ້ວ: ລັດຖະບານຈີນໄດ້ຮັບມືກັບໄພແຜ່ນດິນໄຫວດ້ວຍປະສິດທິພາບສູງ, ເອົາໃຈໃສ່ນຳປະຊາຊົນແລະມີທ່າທີຕັ້ງໜ້າທີ່ເປີດເຜີຍໂປ່ງໃສຕໍ່ພາຍນອກ. ໃນເຫດການແຜ່ນດິນໄຫວເກີດຂຶ້ນໃນຂະນະທີ່ຍັງບໍ່ຮອດ3ເດືອນກໍຈະຮອດມື້ໄຂງານກິລາໂອລິມປິກເທື່ອນີ້ຢືນຢັນວ່າ: ຈີນສາມາດຜ່ານຜ່າການທົບສອບທີ່ເກີດຂຶ້ນຢ່າງກະທັນຫັນ.
ໜັງສືພິມສາກົນລາຍວັນຂອງອິນໂດເນເຊຍສະບັບວັນທີ17ພຶດສະພານີ້ພິມບົດຄວາມຂຽນວ່າ, ໄພແຜ່ນດິນໄຫວຂະໜາດໃຫຍ່ທີ່ເກີດຂຶ້ນຢູ່ແຂວງເສສວນໄດ້ລະດົມຄວາມຮັກແພງ, ສະຕິປັນຍາແລະຄວາມກ້າຫານຂອງມວນມະນຸດ, ສະແດງໃຫ້ເຫັນການກະທຳອັນຍິ່ງໃຫຍ່ດ້ານອາລິຍະທຳທີ່ກອບກູ້ຊີວິດແລະຖະໜອມຮັກຊີວິດ, ສະແດງໃຫ້ເຫັນຄວາມສີວິໄລດ້ານຈິດໃຈຂອງມະນຸດ. ການກູ້ໄພທີ່ມີປະຊາຊົນຈີນ1ຕື້300ລ້ານຄົນເຂົ້າຮ່ວມເທື່ອນີ້ຍັງດຳເນີນໄປຢ່າງຂຸ້ນຂ້ຽວແລະອົງອາດກ້າຫານ, ຄວາມມະຫັດສະຈັນແລະບົດຮຽນໃນການຕ້ານໄພກູ້ໄພຂອງຈີນດັ່ງກ່າວແມ່ນບົດຮຽນທີ່ລ້ຳຄ່າທີ່ສຸດໃນປະຫວັດສາດ, ແລະກໍເປັນບົດຮຽນທີ່ເປັນໜ້າໃຫ້ປະເທດອື່ນໃນໂລກຮ່ຳຮຽນນຳ.
|
|
|