ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-17 12:17:48    
ທ່ານ​ປະ​ທານ​ຫູ​ຈີນ​ທາວ​ໄປ​ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ​ທີ່​ປະ​ສົບ​ໄພ​ຢູ່​ເມືອງ​ໄປ​ຊວນ

cri
ຕາມ​ຂ່າວ cri:ວັນ​ທີ 16 ພຶດສະພາ​ນີ້ ພາຍຫລັງ​ໄດ້​ໄປ​ຮອດ​ແຂວງ​ເຊ​ສວນ​ແລ້ວ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ຂີ່​ລົດ​ໄປ​ເມືອງປົກຄອງຕົນເອງ​ໄປ​ຊວນ​ເຜົ່າ​ຊ່ຽງປົກຄອງ​ຕົນ​ເອງ​ຂອງນະຄອນ​ມຽນຢາງ,​ໄປ​ຢາມປະຊາຊົນ​ຜູ່​ປະສົບ​ໄພ​ຢູ່​ບ່ອນ​ນັ້ນ, ​ແລະ​ຊີ້​ນຳ​ວຽກ​ງານ​ກູ້​​ໄພ.

ທ່ານ​ຫູ​ຈີນ​ທາວ​​ໄດ້ຍ່າງ​ເຂົ້າຕູບ​ຜ້າ​ເຕັ້ນ,ຈັບ​ມື​​ເວົ້າລົມ​ໃຫ້​ກຳລັງ​ໃຈ​ແກ່​ປະຊາຊົນ​ທີ່​ປະສົບ​ໄພ,​ຖາມ​ສະພາບ​ປະສົບ​ໄພ​ຂອງ​ເຂົາ​ເຈົ້າ​ແລະຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຍັງ​ແດ່​ໃນ​ດ້ານ​ຊີວິດ​ການ​ເປັນ​ຢູ່.ທ່ານ​​ເວົ້າຕໍ່​ປະຊາຊົນ​ຢູ່​ແຫ່ງ​ນັ້ນວ່າ, ​ໄພ​ແຜ່ນດິນ​ໄຫວ​ແຮງ​ພິ​ເສດ​ເທື່ອ​ນີ້​ໄດ້​ທຳລາຍ​ບ້ານ​​ເມືອງ​ຂອງ​ພວກ​ເຈົ້າ, ຂ້າພະ​ເຈົ້າກໍ​ຄື​ກັນ​ກັບ​ພວກ​ເຈົ້າຮູ້ສຶກ​ເສຍດາຍ​ຫລາຍ.ຢູ່ຕໍ່ຫນ້າ​ໄພພິບັດ​ອັນ​ຫນັກຫນ່ວງ, ພວກ​ເຮົາຕ້ອງ​ມີ​​ໃຈ​ເຂັ້ມ​ແຂງ​,ຕ້ອງ​ມີ​ຄວາມ​ຫມັ້ນ​ໃຈ​ແລະ​ຄວາມ​ກ້າຫານ.ພວກ​ເຮົາຍ່ອມ​ຈະ​ກອບ​ກູ້​ປະຊາຊົນ​ຜູ່​ປະສົບ​ໄພ​ຢ່າງ​ສຸດ​ຂີດ,ປິ່ນປົວ​ປະຊາຊົນ​ທີ່​ຖືກ​ບາດ​ເຈັບ​ຢ່າງ​ສຸດ​ຂີດ​ແນ່ນອນ,​ແລະ​​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ດີ​ຢ່າງ​ສຸດ​ຂີດ,​ໃນ​ບາດກ້າວ​ຕໍ່​ໄປ,ຍັງ​ຈະ​ຊ່ວຍ​ປະຊາຊົນ​ຟື້ນ​ຟູ​ການ​ຜະລິດ​ແລະ​ສ້າງ​ບ້ານ​ຄືນ​ໃຫມ່​ຢ່າງ​ສຸດ​ຂີດ.​ຂໍ​ໃຫ້​ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ຈົ່ງຫມັ້ນໃຈ,ພວກ​ເຮົາ​ຍ່ອມ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໄດ້​ຢ່າງແນ່ນອນ.

ຢູ່​ບ່ອນ​ກູ້​ໄພ​ທີ່ໂຮງຮຽນ​ມັດທະຍົມ​ໄປ​ຊວນ, ທ່ານ​ຫູ​ຈີນ​ທາວ​ໄດ້​ພົບ​ປະກັບ​ນາຍ​ແລະ​ພົນທະຫານ​ທີ່​ພວມ​ກູ້​ໄພ.ທ່ານ​ຫູ​ຈີນ​ທາວ​ກ່າວ​ວ່າ, ປັດຈຸບັນ, ການ​ກູ້​ໄພ​ພວມ​ຢູ່​ໃນ​ໄລຍະ​ສຳຄັນ​ຂ້ຽວຂາດ​ທີ່​ສຸດ,​ໂດຍ​ສະ​ເພາະ​ແມ່ນ​ຍັງ​ມີ​ປະຊາຊົນ​ບໍ່​ຫນ້ອຍ​ຕ້ອງການ​ກອບ​ກູ້​ຊີວິດ.ຂໍ​ໃຫ້​ບັນດາ​ສະຫາຍ​ຕ້ອງ​ເສີມ​ຂະຫຍາຍ​ອຸດົມ​ການ​ທີ່​ບໍ່​ຢ້ານ​ຄວາມອິດ​ເຫ​ມື່ອຍ​ແລະ​ສູ້​ຊົນ​ຢ່າງ​ຕໍ່​ເນຶ່ອງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​,​ແຂ່ງ​ກັບ​ເວລາ, ພະຍາຍາມ​ຫລຸດ​ຄວາມ​ເສຍ​ຫາຍ​ຍ້ອນ​ໄພພິບັດ​ເທື່ອ​ນີ້​ໃຫ້​ເຖິງ​ລະດັບ​ຕ່ຳ​ສຸດ.