ໃນຟິມເອກະສານທາງການຂອງໂອລິມປິກ 21 ເລື່ອງເມື່ອກ່ອນ,ໃນນັ້ນມີຟິມເອກະສານອັນດີເລີດ, ເຊິ່ງໄດ້ບັນທຶກສະພາບການທີ່ເຮັດໃຫ້ຄົນຮູ້ສືກກະຕຸ້ນໃຈໂດບຜ່ານສາຍຕາຄົນສີລະປະທີ່ມີເອກະລັກພິເສດແລະຮູບ ຖ່າຍ,ເພື່ອໂຄສະນາຈິດໃຈໂອລິມປິກຕໍ່ທົ່ວໂລກ, ສິ່ງທີ່ຟິມເອກະສານທາງການຂອງໂອລິມປິກເອົາໃຈໃສ່ນັ້ນບໍ່ພຽງແຕ່ແມ່ນການແຂ່ງຂັນເທົ່ານັ້ນ,ມັນໄດ້ເຮັດໃຫ້ຜູ່ຊົມທັງຫຼາຍຮູ້ສຶກກະຕຸ້ນໃຈດ້ວຍເລື່ອງຈິງອັນດີເລີດແລະພາບສີຈາກຟິມເອກະສານ. ຟິມເອກະສານທາງການຂອງໂອລິມປິກຍາວພຽງ 2 ຊົ່ງໂມງເທົ່ານັ້ນ,ເວລາຊ່ຳນີ້ຕ້ອງບັນທຶກເລື່ອງທີ່ດີເລີດເທົ່ານັ້ນ.
ຈຸດຫນັກຂອງຟິມເອກະສານທາງການຂອງໂອລິມປິກໃນເມື່ອກ່ອນແມ່ນເນັ້ນໃສ່ສະຫນາມກິລາ,ແຕ່ການຖ່າຍຟິມເອກະສານທາງການຂອງໂອລິມປິກໄດ້ເລີ່ມຕັ້ງແຕ່ກ່ອນການແຂ່ງຂັນ, ນາງກູ້ຢຸນເວົ້າວ່າ, ຟິມເອກະສານທາງການຂອງໂອລິມປິກໄດ້ເລີ່ມຖ່າຍທຳໃນວັນທີ 12 ມີນາປີນີ້,ເລີ່ມການຖ່າຍທຳໃນທົ່ວໂລກ,ມີຫນ່ວຍຖ່າຍທຳ 10 ຫນ່ວຍໄປອາເມລິກາ ເຢຍລະມັນ ອີຕາລີ ຊູແອັດ ອີຣານ ຈາໄມກາ ເບຼຊິນ ເອຕີໂອປີ ອາແຕານແລະປັກກິ່ງ,ເຂົ້າຈົ້າໄດ້ເລີ່ມຖ່າຍທຳໃນເວລາຈູດໄຟສັກສິດງານກິລາໂອລິມປິກຢູ່ເມືອງໂອລິມເປຍບູຮານ,ເພື່ອບັນທຶກຊີວິດການເປັນຢູ່ອັນແທ້ຈິງຂອງນັກກິລາ 10 ຫນ່ວຍທີ່ມາຈາກ 10 ປະເທດ,ປະຈຸບັນ,ການຖ່າຍທຳໄດ້ສິ້ນສຸດລົງຢ່າງສຳເລັດຜົນ.
ຫຼັງຈາກມີເນື້ອໃນຢ່າງຫຼວງຫຼາຍ,ຄະນະຖ່າຍຟິມເອກະສານທາງການຂອງໂອລິມປິກຍິ່ງມີຄວາມຫມັ້ນໃຈຕໍ່ການແຕ່ງເນື້ອໃນຂອງເລື່ອງ, ກໍໄດ້ມີແນວຄວາມຄິດແຕ່ງເລື່ອງຢ່າງຊັດເຈນກວ່າເກົ່າ, ທ່ານວາງຈິ້ງ ຜູ່ຖ່າຍທຳສຳຄັນຂອງຟິມເອກະສານທາງການໂອລິມປິກປັກກິ່ງເວົ້າວ່າ:
ຫົວຂໍ້ສຳຄັນຂອງຟິມເອກະສານທາງການຂອງໂອລິມປິກເທື່ອນີ້ແມ່ນທັດສະນະຄະຕິທີ່ສະແຫວງກາສິ່ງທີ່ຕ່າງກັນແລະກົມກຽວກັນ. ຄວາມກົມກຽວກັນມີຄວາມຫມາຍວ່າປະນີປະນອມແລະຮູ້ໃຫ້ອະໄພກັນ,ງານກິລາໂອລິມປິກໄດ້ອຳນວຍໂອກາດທີ່ດີ.
ການຖ່າຍທຳຟິມເອກະສານທາງການຂອງໂອລິມປິກປັກກິ່ງຈະໂຮມສູນໃນ 16 ວັນທີ່ຈັດງານກິລາໂອລິມປິກ,ຄາດວ່າຮອດທ້າຍປີ 2008, ຟິມເອກະສານເລື່ອງນີ້ຈະອອກສູ່ສາຍຕາຜູ່ຊົມ. ຟິມເອກະສານທາງການຂອງໂອລິມປິກປັກກິ່ງປີ 2008 ຈະບັນທຶກເລື່ອງທັງຫມົດຂອງງານກິລາໂອລິມປິກເທື່ອນີ້ຢ່າງແທ້ຈິງ,ໂຄສະນານ້ຳໃຈງານກິລາໂອລິມປິກ,ສະແດງໃຫ້ເຫັນວັດທະນະທຳທີ່ມີເອກະລັກພິເສດຂອງງານກິລາໂອລິມປິກເທື່ອນີ້, ໂລກດຽວກັນ ຄວາມຝັນດຽວກັນແມ່ນຄຳຂວັນຕົ້ນຕໍຂອງງານກິລາໂອລິມປັກກິ່ງ,ກໍ່ແມ່ນແນວຄິດແຫ່ງການສ້າງຟິມເອກະສານທາງການຂອງໂອລິມປິກ 1 2
|