ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 18:06:23    
ຫຼາຍ​ກວ່າ​ໝື່ນ​ຄົນ​ເສຍ​ຊີວິດ​ຍ້ອນ​ແຜ່ນ​ດິນ​ໄຫວຢູ່​ແຂວງ​ເຊ​ສວນ​ຈີນ

cri Author: cai

ວັນ​ທີ 13 ພຶດສະພາ​ນີ້,ກະຊວງ​ການ​​ເງິນ​ຈີນ​ໄດ້​ໃຊ້​ງົບ​ສຸກ​ເສີນ 860 ລ້ານ​ຢວນ​ໄປຊ່ວຍ​ເຂດ​ປະສົບ​ໄພ.


(ວັນທີ 13 ພຶດສະພານີ້,ຕຳຫຼວດປະກອບອາວຸດພວມກອບກູ້ຄົນບາດເຈັບຢູ່ເມືອງເປຊ່ວນແຂວງເຊສວນ.)

ປະຈຸ​ບັນ,ການ​ຊ່ວຍ​ເຫຼືອ​ດ້ານ​ຕ່າງໆພວມ​ເຕົ້າ​ໂຮມ​ກັນ​ຢູ່​ເຂດ​ປະສົບ​ໄພ​ແຂວງ​ເຊ​ສວນ​ຢ່າງ​ບໍ່​ຂາດ​ສາຍ.​ແຕ່​ຍ້ອນ​ເສັ້ນທາງ​ຄົມ​ມະນາ​ຄົມ​ແລະ​ການ​ສື່ສານ​ຢູ່​ທ້ອງ​ຖິ່ນ​ດັ່ງກ່າວ​ໄດ້​ຂາດສະບັ້ນ,ບວກ​ກັບອາກາດບໍ່​ດີຍ້ອນ​ຝົນຕົກ,​ເຮັດ​ໃຫ້​ວຽກ​ງານ​ຊ່ວຍ​ເຫຼືອ​ດຳ​ເນີນ​ໄປ​ຢ່າງ​ຍາກ​ລຳ​ບາກ.


(ວັນທີ 13 ພຶດສະພານີ້,ຕຳຫຼວດປະກອບອາວຸດພວມກອບກູ້ນັກຮຽນທີ່ບາດເຈັບ.)

ປະຈຸ​ບັນ,ກອງ​ທະຫານ​ແລະ​ຕຳຫຼວດ​ປະກອບ​ອາວຸດທີ່​​ໄປ​ຊ່ວຍ​​ເຫຼືອ​ກູ້​ໄພ​ໄດ້​ມີ​ເກືອບ 1 ໝື່ນ 7 ພັນ​ຄົນ.ຍັງ​ມີນາຍ​ແລະ​ພົນທະ​ຫານ​ອີກ 3 ໝື່ນ 4 ພັນ​ຄົນພວມ​​ເດີນທາງ​ໄປເຂດ​ປະສົບ​​ໄພ​ດ້ວຍ​ທາງ​ອາກາດ ທາງ​ລົດ​ໄຟ​ແລະທາງ​ຍ່າງ.ນັບ​ມາ​ຮອດ​ເວລາ 7 ​ໂມງວັນ​ທີ 13 ພຶດສະພາ​ນີ້,​ໄດ້ກອບ​ກູ້ຄົນ​ບາດ​ເຈັບ​ຍ້ອນແຜ່ນດິນ​ໄຫວ 1800 ກວ່າ​ຄົນ​ຮັບຄວາມ​ປອດ​ໄພ​ແລ້ວ.


1 2 3 4