ນາຍົກຈີນໄປເຂດປະສົບໄພແຜ່ນດິນໄຫວແຂວງເຊສວນຊີ້ນຳວຽກງານກູ້ໄພ
cri
ຕາມຂ່າວ CRI: 14 ໂມງ 28 ນາທີວັນທີ 12 ພຶດສະພານີ້, ເມືອງເວີ້ນຊ່ວນແຂວງເຊສວນຈີນໄດ້ເກີດແຜ່ນດິນໄຫວຂັ້ນ 7,8 ລິກເຕີ, ແຜ່ນດິນໄຫວເທື່ອນີ້ຮ້າຍແຮງຫຼາຍ, ກະທົບເຖິງເຂດທີ່ກວ້າງຂວາງ, ເຮັດໃຫ້ມີຫຼາຍຄົນເສຍຊີວິດແລະບາດເຈັບ. ຕອນຄ່ຳມື້ດຽວກັນ, ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ເດີນທາງຮອດເມືອງຕູ່ຈ່ຽງຢ້ຽນແຂວງເຊສວນທີ່ແຜ່ນດິນໄຫວເວີ້ນສ່ວນກະທົບເຖິງ, ເລີ່ມຊີ້ນຳວຽກງານຢ່າງເຄັ່ງຮ້ອນ.
ທ່ານເວີ່ນເຈ່ຍປາວຮຽກຮ້ອງໃຫ້ນາຍແລະພົນທະຫານທີ່ເຂົ້າຮ່ວມການກູ້ໄພເພື່ອຜ່ານຜ່າອຸປະສັກຕ່າງໆ, ເຖິງຈະຍ່າງກໍ່ຕ້ອງໃຫ້ໄປຮອດເຂດທີ່ປະສົບໄພຮ້າຍແຮງກວ່າໝູ່.
"ອັນທຳອິດຕ້ອງກູ້ຄົນ, ຈຸດສຳຄັນກວ່າໝູ່ແມ່ນເຂດປະສົບໄພຮ້າຍແຮງ, ເຂດສູນກາງແຜ່ນດິນໄຫວແລະເຂດທີ່ຕິດຕໍ່ບໍ່ໄດ້. ກອງທະຫານຕ້ອງໃຊ້ທຸກວິທີເພື່ອເຂົ້າໄປໃນເຂດເຫຼົ່ານີ້, ໄວເທົ່າໃດຍິ່ງດີ, ໄວໜຶ່ງວິນາທີກໍ່ສາມາດຊ່ອຍໄດ້ໜຶ່ງຄົນ."
|
|