ຈຳນວນຄົນເສຍຊີວິດໃນລົມພາຍຸແຖບຮ້ອນຂອງມຽນມາເພີ່ມຂຶ້ນຮອດ 2 ໝື່ນ 8 ພັນກວ່າຄົນ
cri
 ຕາມຂ່າວ CRI: ວັນທີ 11 ພຶດສະພານີ້, ສື່ມວນຊົນທາງການຂອງມຽນມາລາຍງານຂ່າວສະພາບການປະສົບໄພຫຼ້າສຸດສະແດງໃຫ້ເຫັນວ່າ, ປະຈຸບັນ, ຈຳນວນຄົນເສຍຊີວິດຍ້ອນລົມພາຍຸແຖບຮ້ອນຮ້າຍແຮງ "ນາກິສ" ໄດ້ເພີ່ມຂຶ້ນຮອດ 2 ໝື່ນ 8 ພັນກວ່າຄົນແລ້ວ, ມີຄົນຫາຍສາບສູນອີກ 3 ໝື່ນ 3 ພັນກວ່າຄົນ.
 ປະຈຸບັນ, ເງິນແລະເຄື່ອງຊ່ອຍເຫຼືອທີ່ລັດຖະບານປະເທດຕ່າງໆແລະອົງການກອບກູ້ຂອງປະເທດຕ່າງໆໃຫ້ຄຳໝັ້ນສັນຍາຕໍ່ມຽນມາມີເຖິງ 38 ລ້ານໂດລາ, ຫຼາຍປະເທດເຊິ່ງລວມທັງຈີນ, ໄທແລະອິນເດຍລ້ວນແຕ່ໄດ້ຊ່ອຍເງິນແລະເຄື່ອງຊ່ອຍເຫຼືອໃຫ້ມຽນມາແລ້ວ.

1 2
|
|