|
 |
(GMT+08:00)
2008-04-21 15:40:37
|
 |
ກອງປະຊຸມການຄ້າແລະການພັດທະນາສະຫະປະຊາຊາດເທື່ອທີ 12 ຈັດຂຶ້ນ
cri
ຕາມຂ່າວ CRI: ວັນທີ 20 ເມສານີ້, ກອງປະຊຸມການຄ້າແລະການພັດທະນາສະຫະປະຊາຊາດເທື່ອທີ 12 ຈັດຂຶ້ນຢູ່ອັກກຼານະຄອນຫຼວງຂອງການາ, ຫົວຂໍ້ຂອງກອງປະຊຸມແມ່ນ "ໂອກາດແລະສິ່ງທ້າທາຍທີ່ໂລກາພິວັດນຳເອົາມາໃຫ້ການພັດທະນາ".
ທ່ານບານກີມຸນ ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານຈອນ ອັກເຢຄຸມ ຄູຟົວ ປະທານາທິບໍດີການາແລະທ່ານລູອິສ ອິກນາຊີໂອ ດາ ຊິວວາ ປະທານາທິບໍດີເບຼຊິນກ່າວຄຳປາໄສໃນກອງປະຊຸມ, ໄດ້ເວົ້າເຖິງບັນຫາອາຫານແລະກະສິກຳຢ່າງເປັນຈຸດໜັກ. ທ່ານບານກີມຸນກ່າວວ່າ, ໂລກາພິວັດແລະການພັດທະນາຢ່າງວ່ອງໄວຂອງເສດຖະກິດທົ່ວໂລກບໍ່ໄດ້ເຮັດໃຫ້ໝົດທຸກຄົນໄດ້ຮັບຜົນປະໂຫຍດ, ລາຄາສະບຽງອາຫານສູງຂຶ້ນຢ່າງຫຼວງຫຼາຍແບບນີ້ຈະສາມາດບັນລຸເປົ້າໝາຍພັດທະນາສະຫະສະວັດຂອງສະຫະປະຊາຊາດຕາມເວລາກຳນົດໄດ້ຫຼືບໍ່ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກລ້ວນແຕ່ແມ່ນສິ່ງທ້າທາຍອັນຂ້ຽວຂາດທີ່ເສດຖະກິດໂລກພວມປະເຊີນໜ້າຢູ່. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກສາມັກຄີກັນຮ່ວມກັນແກ້ໄຂບັນຫາເຫຼົ່ານີ້.
ມື້ດຽວກັນ, 49 ປະເທດທີ່ດ້ອຍພັດທະນາກວ່າໝູ່ທີ່ຮ່ວມປະຊຸມຍັງໄດ້ອອກຖະແຫຼງການຮ່ວມ, ຮຽກຮ້ອງໃຫ້ປະຊາຄົມໂລກບັນລຸຄວາມເຫັນທີ່ເປັນເອກະສັນກັນ, ແກ້ໄຂວິກິດການທີ່ເກີດຂຶ້ນຍ້ອນລາຄາສະບຽງອາຫານສູງຂຶ້ນໃນປະຈຸບັນ.
|
|
|