ຈີນເຫັນວ່າ,ທະນາຄານໂລກແລະອົງການIMFຄວນເຕືອນໃຫ້ປະເທດທີ່ພັດທະນາແລ້ວໃຊ້ນະໂຍບາຍເງິນຕາທີ່ຮັບຜິດຊອບ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ13ເມສານີ້,ໃນກອງປະຊຸມທີ່ກ່ຽວຂ້ອງທີ່ຈັດຂຶ້ນຢູ່ວໍຊິງຕັນ, ທ່ານຫຼີຢົງ ລັດຖະມົນຕີຊ່ວຍວ່າການກະຊວງການເງິນຈີນຊີ້ອອກວ່າ,ທະນາຄານໂລກແລະອົງການກອງທຶນເງິນຕາສາກົນ ຫຼືIMFຄວນເຕືອນໃຫ້ປະເທດທີ່ພັດທະນາແລ້ວໃຊ້ມາດຕະການທີ່ບັງເກີດຜົນຢ່າງແທ້ຈິງ,ປະຕິບັດນະໂຍບາຍເງິນຕາແລະອັດຕາແລກປ່ຽນທີ່ຮັບຜິດຊອບ,ໃຊ້ມາດຕະການເພື່ອກຳຈັດວິກິດການການເງິນ.
ທ່ານຫຼີຢົງຍັງເຕືອນໃຫ້ທະນາຄານໂລກແລະອົງການIMFເອົາໃຈໃສ່ນຳຄວາມປອດໄພດ້ານທັນຍາຫານແລະພະລັງງານຂອງປະເທດພວມພັດທະນາ,ປ້ອງກັນແລະຜ່ອນຄາຍຜົນຮ້າຍທີ່ລາຄານ້ຳມັນເຊື້ອໄຟສູງແລະລາຄາທັນຍາຫານສູງນຳມາໃຫ້ປະເທດພວມພັດທະນາ.
|
|