|
 |
(GMT+08:00)
2008-04-07 13:39:46
|
ໄຟສັກສິດງານກິລາໂອລິມປິກປັກກິ່ງຮອດຝຣັ່ງ
cri
Author: d

ຕາມຂ່າວCRI: ເວລາ23ໂມງ50ນາທີວັນທີ6ເມສານີ້ຕາມເວລາທ້ອງຖິ່ນ,ໄຟສັກສິດງານກິລາໂອລິມປິກປັກກິ່ງໄດ້ໄປຮອດສະໜາມບິນຊາເລ ເດິ ກູເລີ ແຫ່ງປາລີ.

ເຈົ້າໜ້າທີ່ຂອງຄະນະກຳມະການໂອລິມປິກຝຣັ່ງ ອົງການປົກຄອງນະ ຄອນປາລີ ແລະສະຖານທູດຈີນປະຈຳຝຣັ່ງໄປຕ້ອນຮັບໄຟສັກສິດຢູ່ສະໜາມບິນ.

ພິທີສົ່ງຕໍ່ທວນໄຟຢູ່ປາລີຈະຈັດຂຶ້ນຢູ່ສະຖານທີ່ຊັ້ນທີ1ຂອງຫໍເອັບເຟວໃນຕອນທ່ຽງວັນທີ7ເມສາ.ເສັ້ນທາງສົ່ງຕໍ່ທວນໄຟຍາວ28ກິໂລແມັດ,ຜູ່ສົ່ງຕໍ່ທວນໄຟຂອງຈີນແລະຝັຣ່ງມີ79ຄົນ.

|
|
|