ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 15:19:18    
ທະນາຄານ​ພັດທະນາອາ​ຊີ​ຄາດ​ວ່າ,ປີ​2008 ​ເສດ​ຖະ​ກິດ​ຈີນ​ຈະ​ເຕີບ​ໂຕ​ປະ​ມານ​10%

cri

 ຕາມ​ຂ່າວ​CRI:ວັນ​ທີ2​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ສຳນັກງານ​ຕົວ​​ແທນ​ທະນາຄານ​ພັດທະນາ​ອາຊີປະຈຳຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍການ​ຫົວ​ຂໍ້:"ເບິ່ງ​ກາ​ນພັດທະນາ​ອາຊີ​ປີ2008",ຄາດ​ຄະ​ເນ​ວ່າ,ຈັງ​ຫວະ​ເຕີບ​​ໂຕ​ເສດຖະກິດ​ຂອງ​ຈີນໃນ​ປີ2008​ຈະ​ຮອດປະມານ10​%.

ບົດ​ລາຍ​ງານ​ດັ່ງກ່າວ​ຂຽນ​ວ່າ,ປີ​ນີ້,ຈີນ​ຈະ​​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຮັດກຸມກວ່າ​ເກົ່າ​,ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ພັດທະນາ​ໄວ​ເກີນ​ໄປ. ພ້ອມ​ກັນ​ນັ້ນ,​ເສດຖະກິດ​ໂລກ​​ເຕີບ​ໂຕ​ຊ້າ​ລົງ ​ແລ​ະ ​ເງິນ​ຢວນຂອງ​ຈີນ​ແຂງ​ຕົວ​ຂຶ້ນຈະ​​ເ​ຮັດ​ໃຫ້​ຄວາມ​ຕ້ອງການ​ພາຍ​ນອກ​ໜ້ອຍ​ລົງ.

ທ່ານ​ຈ່ວງຈ້ຽນ ນັກ​ເສດຖະ​ສາດ​ອາວຸ​ໂສ​ຂອງ​ສຳນັກງານ​ຕົວ​ແທນ​ທະ​ນາຄານພັດທະນາ​ອາຊີ​ປະຈຳ​ຈີນ​ກ່າວ​ວ່າ, ຈີນ​ຄວນ​ເອົາ​ໃຈ​ໃສ່​ຢ່າງ​ຕໍ່​ເນື່ອງນຳ​ທ່ວງທ່າ​ພັດທະນາ​ຂອງ​ເສດຖະກິດ​ອາ​ເມ​ລິ​ກາ ​ແລະ ກຳລັງ​ໜີບ​ຂອງ​ໄພ​ເງິນ​​ເຟີ້​ຂອງ​ຈີນ​, ຖ້າວ່າເສດຖະກິດ​ອາ​ເມ​ລິ​ກາຊຸດ​ໂຊມ​ລົງ​ຢ່າງ​ໜັກໜ່ວງ, ຈີນ​ເກີດ​ໄພ​ເງິນ​​ເຟີ້​ຢ່າງ​ຮຸນ​ແຮງ,ຈະ​ສົ່ງ​ຜົນ​ສະທ້ອນ​ທາງລົບ​ຢ່າງ​​ໃຫຍ່​ຫຼວງ​ຕໍ່​ເສດຖະກິດ​ຈີນ.