|
 |
(GMT+08:00)
2008-04-01 11:07:41
|
 |
ທະນາຄານກາງຂອງຈີນຈະປະຕິບັດນະໂຍບາຍເງິນຕຶງຢ່າງຫມັ້ນຫນຽວບໍ່ປ່ຽນແປງ
cri
ຕາມຂ່າວສານຊີນຮວາ: ຫວ່າງມໍ່ໆນີ້ ຄະນະກຳມະການນະໂຍບາຍເງິນຕາຂອງທະນາຄານປະຊາຊົນຈີນ ເຊິ່ງເປັນທະນາຄານກາງຂອງຈີນກ່າວຢ້ຳວ່າ, ທະນາຄານກາງຈະປະຕິບັດນະໂຍບາຍເງິນຕຶງທີ່ລັດຖະບານຈີນວາງອອກນັ້ນຢ່າງຫມັ້ນຫນຽວບໍ່ປ່ຽນແປງ.ພ້ອມກັນນັ້ນ, ອີງຕາມການປ່ຽນແປງຂອງສະຖານະການເສດຖະກິດການເງິນພາຍໃນປະເທດຈີນ, ຈະຄວບຄຸມຈັງຫວະ ຈຸດສຳຄັນແລະຄວາມແຮງໃນການດັດສົມການເງິນມະຫາພາກຢ່າງຖືກຕ້ອງ.
ຫວ່າງມໍ່ໆນີ້ ຄະນະກຳມະການນະໂຍບາຍເງິນຕາຂອງທະນາຄານກາງຈີນໄດ້ຈັດກອງປະຊຸມປະຈຳໄຕມາດທີຫນຶ່ງຢູ່ປັກກິ່ງ, ກອງປະຊຸມສະເຫນີອອກວ່າ, ການປ້ອງກັນບໍ່ໃຫ້ລະດັບລາຄາສູງຂຶ້ນໄວໂພດແມ່ນວຽກງານໃຈກາງໃນການດັດສົມການເງິນດ້ານມະຫາພາກຂອງປີນີ້.
ກອງປະຊຸມເຫັນວ່າ, ໃນຕໍ່ຫນ້ານີ້, ທະນາຄານກາງຈະສືບຕໍ່ຄວບຄຸມບໍ່ໃຫ້ເງິນກູ້ເພີ່ມຂຶ້ນຫລາຍເກີນໄປ,ປັບປຸງໃຫ້ອົງປະກອບເງິນກູ້ດີຂຶ້ນ, ເພີ່ມທະວີການສະຫນັບສະຫນູນດ້ານເງິນກູ້ແກ່ຂອດອ່ອນແອ່ໃນການພັດທະນາເສດຖະກິດສັງຄົມເຊັ່ນກະສິກຳແລະປະກອບອາຊີບເປັນຕົ້ນ.ໃນດ້ານນະໂຍບາຍອັດຕາແລກປ່ຽນເງິນຕາ,ຮັກສາໃຫ້ອັດຕາແລກປ່ຽນເງິນຢວນຈີນຫມັ້ນທ່ຽງໂດຍພື້ນຖານໃນລະດັບສົມເຫດສົມຜົນແລະກ້ຳເກິ່ງກັນ.
|
|
|