ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-24 17:20:06    
ຈີນ​ພວມ​ຂ້າມ​ຜ່ານ​ໄປ​ເປັນ​ປະ​ເທດ​ບໍລິ​ໂພ​ກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 24 ມີນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຢູກວງ​​ໂຈ່ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ,ຄຽງ​ຄູ່​ກັບ GDP ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຈີນລື່ນ​ກາຍ 2000 ​ໂດ​ລາ,ຈີນ​ພວມ​ຂ້າມ​ຜ່ານ​ໄປ​ເປັນ​ປະ​ເທດ​ບໍລິ​ໂພ​ກ.

ທ່ານ​ຢູກວງ​ໂຈ່​ແມ່ນ​ໃຫ້​ທັດ​ສະນະ​ດັ່ງກ່າວ​ບົນ​ເວທີ​ປຶກສາ​ຫາລື​ຊັ້ນ​ສູງກ່ຽວ​ກັບ​ການ​ພັດທະນາ​ຂອງ​ຈີນ.ທ່ານ​ກ່າວ​ວ່າ,ນັບ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນ​ຕົ້ນ​ມາ,ຕະຫຼາດ​ບໍລິ​ໂພ​ກຂອງ​ຈີນ​ໄດ້​ພັດ​ທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ,​ການ​ບໍລິ​ໂພ​ກ​ໄດ້​ຍົກ​ລະດັບ​ຢ່າງ​ບໍ່​ຢຸດ​ຢັ້ງ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ຕະຫຼາດ​ບໍລິ​​ໂພ​ກພັດທະນາ​ໄວ​ກວ່າ​ໝູ່​ໃນ​ໂລກ.

ປະຈຸ​ບັນ,ຈີນ​ແມ່ນ​ຕະຫຼາດ​ໂທລະສັບ​ມື​ຖື ຕະຫຼາດທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ແລະ​ຕະຫຼາດ​ແວັດ​​ແບ​ນທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,ຍັງ​ແມ່ນ​ຕະຫຼາດ​ເຄື່ອງ​ເອ້​ຄຳ​ແລະ​ຕະຫຼາດ​ລົດຍົນ​ທີ່​ໃຫຍ່​ທີ​ສອງ,ຍັງ​ແມ່ນ​ຕະຫຼາດ​ເຄື່ອງ​ຟຸມ​ເຟືອຍ​ແລະ​ຕະຫຼາດ​ການ​ປິ່ນປົວ​ທີ່​ໃຫຍ່​ທີ​ສາມ​ໃນ​ໂລກ.ປີ 2007,ອັດຕາ​ປະກອບສ່ວນ​ຂອງ​ການບໍລິ​ໂພ​ກ​ໃນ​ການ​​ເຕີບ​ໂຕຂອງ​ເສດຖະກິດ​ຈີນ​ໄດ້​ຫຼາຍ​ກວ່າ​ການ​ລົງທຶນ​ເປັນ​ຄັ້ງ​ທຳ​ອິດ​ໃນ 7 ປີ​ລຽນຕິດ​ມາ​ນີ້.