|
 |
(GMT+08:00)
2008-03-24 14:28:02
|
 |
ອົງການປົດປ່ອຍປາເລັສຕິນກັບອົງການຮາມັສເຫັນດີຟື້ນຟູການເຈລະຈາ
cri
ຕາມຂ່າວ CRI: ວັນທີ 23 ມີນານີ້, ຢູ່ຊານາ ນະຄອນຫຼວງເຢແມນ, ຜູ້ແທນອົງການປົດປ່ອຍປາເລັສຕິນກັບອົງການຮາມັສໄດ້ລົງນາມໃນຖະແຫຼງການ, ເຫັນດີຟື້ນຟູການເຈລະຈາໂດຍກົງພາຍໃຕ້ຂອບ "ຂໍ້ລິເລີ່ມເຢແມນ".
ວັນທີ 23 ມີນານີ້, ຄະນະຜູ້ແທນອົງການປົດປ່ອຍປາເລັສຕິນກັບຄະນະຜູ້ແທນອົງການຮາມັສໄດ້ເຊັນສັນຍາ, ກ່າວຢ້ຳເຖິງ "ຄວາມເປັນເອກະພາບຂອງປະຊາຊົນ, ຜືນແຜ່ນດິນແລະອຳນາດການປົດຄອງຂອງປາເລັສຕິນ". ສອງຝ່າຍເຫັນດີຮັບເອົາ "ຂໍ້ລິເລີ່ມເຢແມນ" ເປັນຂອບສຳລັບການຟື້ນຟູການເຈລະຈາລະຫວ່າງສອງຝ່າຍ, ເພື່ອເຮັດໃຫ້ສະຖານະການປາເລັສຕິນກັບຄືນສູ່ສະພາບການກ່ອນເຫດການກາຊາ.
ວັນທີ 23 ມີນານີ້, ທ່ານອາມ ມູຊາເລຂາທິການໃຫຍ່ສັນນິບາດອາຣາບໄດ້ອອກຖະແຫຼງການ, ໂດຍກ່າວວ່າ, ຊົມເຊີຍຕໍ່ອົງການຮາມັສກັບອົງການອານຟາຕາທີ່ຟື້ນຟູການເຈລະຈາກັນ. ທ່ານມູຊາກ່າວວ່າ, ສັນຍາດັ່ງກ່າວແມ່ນ "ບາດກ້າວອັນຕັ້ງໜ້າ" ເພື່ອຊຸກຍູ້ໃຫ້ປາເລັສຕິນແກ້ໄຂຂໍ້ຂັດແຍ່ງກັນພາຍໃນ.
|
|
|