|
 |
(GMT+08:00)
2008-03-21 14:39:45
|
ທະນາຄານກາງເອີລົບຕື່ມເງິນ 15 ຕື້ເອີໂຣເຂົ້າສູ່ລະບົບທະນາຄານ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 20 ມີນານີ້,ທະນາຄານກາງເອີລົບໄດ້ປະກາດວ່າ,ຈະສະໜອງເງິນ 15 ຕື້ເອີໂຣເຂົ້າສູ່ລະບົບທະນາຄານເຂດທີ່ໃຊ້ເງິນເອີໂຣດ້ວຍຮູບການເທຂາຍເງິນກູ້ໄລຍະສັ້ນ,ເພື່ອຜ່ອນຄາຍບັນຫາທີ່ເງິນຈໍລະຈອນໃນຕະຫຼາດບໍ່ພຽງພໍ.
ພາຍນອກມີຄວາມເຫັນໂດຍທົ່ວໄປວ່າ,ຍ້ອນວ່າບຸນອິສເຕີໃກ້ຈະວຽນມາເຖິງ,ຕະຫຼາດທະນາຄານທີ່ສຳຄັນຂອງເອີລົບຈະພັກ 4 ມື້ລຽນຕິດນັບແຕ່ວັນທີ 21 ມີນານີ້ເປັນຕົ້ນໄປ.ທະນາຄານກາງຂອງເອີລົບຕື່ມເງິນຄືແນວນີ້ຕົ້ນຕໍແມ່ນເພື່ອຫຼີກລຽງບໍ່ໃຫ້ລະບົບທະນາຄານເກີດສະພາບຂາດເງິນໃນໄລຍະພັກເປັນເວລາຫຼາຍມື້.
|
|
|