ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-01 16:22:15    
ງານ​ວາງ​ສະ​ແດງ​ຊື້​ຂາຍ​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ພາກ​ຕາ​ເວັນ​ອອກ​ຈີນ​ຄັ້ງ​ທີ 18 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້

cri
ຕາມ​ຂ່າວສານ​ຊີ​ນຮວາ: ງານ​ວາງສະ​ແດງ​ຊື້​ຂາຍ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ຂອງ​ພາກ​ຕາ​ເວັນ​ອອກ​ຈີນ​ຄັ້ງທີ 18 ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນ​ຊຽງ​ໄຮ້, ວິສຫາະກິດ​ພາຍ​ໃນ​ແລະ​ຕ່າງປະ​ເທດ 3500 ກວ່າ​ແຫ່ງ​ໄດ້ຈັດການ​ຊື້​ຂາຍ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ເປັນ​ເວລາ 5 ມື້.

ງານ​ວາງສະ​ແດງ​ຄັ້ງນີ້​ກວມ​ເນື້ອ​ທີ່ 1 ​ແສນ​ກວ່າ​ຕາ​ແມັດ,​ ​ແມ່ນງານ​ຊື້​ຂາຍ​ສິນຄ້າ​ອຸດ​ສາ​ຫະກຳ​ເບົາ​ແລະ​​ແຜ່ນ​ແພ​ອັນ​ມະ​ໂຫລານ.ງານ​ວາງສະ​ແດງ​ເທື່ອ​ນີ້​ສືບ​ຕໍ່​ເນັ້ນ​ເຖິງ​ການຄ້າ​ນຳ​ເຂົ້າ, ​ໃນ​ເຂດ​ສິນຄ້າ​ນຳ​ເຂົ້າໄດ້​​ຈັດ ​ຮ້ານ​ວາງສະ​ແດງ 188 ຮ້ານ​,ມີ​ວິ​ສາ​ຫະກິດ​ 146 ​ແຫ່ງ​ທີ່​ມາ​ຈາກ 8 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ:​ອາ​ເມ​ລິ​ກາ ຝຣັ່ງ ອີ​ຕາ​ລີ ກາ​ນາ​ດາ ຍີ່​ປຸ່ນ ສ.​ເກົາຫລີ ຮົງ​ກົງ​ຈີນ​ແລະ​ໄຕ້​ຫວັນ​ຈີນ​ໄດ້​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງນີ້.