|
 |
(GMT+08:00)
2008-02-20 11:11:09
|
 |
ຜູ້ນຳອິສຣາແອນແລະປາເລັສຕິນຕົກລົງເລັ່ງການເຈລະຈາສັນຕິພາບ
cri
ຕາມຂ່າວ CRI: ວັນທີ 19 ກຸມພານີ້, ທ່ານເອຮຸດ ໂອນເມິດ ນາຍົກລັດຖະມົນຕີອິສຣາແອນກັບທ່ານມັຮມຸດ ອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນໄດ້ຈັດການເຈລະຈາຢູ່ເຢລູຊະເລັມ, ສອງຝ່າຍຕົກລົງໃຫ້ເລັ່ງຂະບວນການເຈລະຈາສັນຕິພາບລະຫວ່າງອິສຣາແອນກັບປາເລັສຕິນ, ແຕ່ບໍ່ໄດ້ເວົ້າເຖິງບັນຫາເຢລູຊະເລັມທີ່ເປັນຂໍ້ຂັດແຍ່ງຕົ້ນຕໍ.
ໃນການເຈລະຈາ, ທ່ານໂອນເມິດກ່າວວ່າ, ອິສຣາແອນຈະພະຍາຍາມຫຼີກເວັ້ນບໍ່ໃຫ້ເຂດກາຊາເກີດວິກິດການດ້ານມະນຸດສະທຳ, ແຕ່ກໍ່ປະຕິເສດບໍ່ເປີດດ່ານກວດກາຢູ່ຕາມທາງໄປສູ່ກາຊາ. ວັນທີ 19 ກຸມພານີ້, ທ່ານຊາລາມ ຟາເຢັສ ນາຍົກລັດຖະມົນຕີຊົ່ວຄາວຂອງປາເລັສຕິນກ່າວວ່າ, ອິສຣາແອນສືບຕໍ່ກໍ່ສ້າງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະເຢລູຊະເລມ, ທະຫານອິສຣາແອນດຳເນີນການເຄື່ອນໄຫວທາງການທະຫານຢູ່ປາເລັສຕິນໂດຍສະເພາະຢູ່ເຂດກາຊາຢ່າງບໍ່ຢຸດຢັ້ງໄດ້ຂັດຂວາງຂະບວນການເຈລະຈາສັນຕິພາບ. ການທີ່ຈະບັນລຸສັນຍາສັນຕິພາບລະຫວ່າງປາເລັສຕິນກັບອິສຣາແອນພາຍໃນປີນີ້ເປັນໄປບໍ່ໄດ້ແລ້ວ.
ມື້ດຽວກັນ, ນາງຊີພີ ລິຟນີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິສຣາແອນກ່າວຄຳປາໄສຢູ່ເຢລູຊະເລັມວ່າ, ອິສຣາແອນກັບປາເລັສຕິນຈັດການເຈລະຈາສັນຕິພາບສອດຄ່ອງກັບຜົນປະໂຫຍດແຫ່ງຊາດຂອງອິສຣາແອນ, ອິສຣາແອນບໍ່ຄວນປ່ອຍໂອກາດ, ແລະຈຳເປັນຕ້ອງທຳການຜ່ອນສັ້ນຜ່ອນຍາວອັນສຳຄັນຈຳນວນໜຶ່ງ.
|
|
|