|
 |
(GMT+08:00)
2008-01-30 19:15:00
|
ສະພາຄວາມໝັ້ນຄົງຕົກລົງບໍ່ຫາລືຮ່າງຖະແຫຼງການວິກິດການມະນຸດສະທຳກາຊາອີກ
cri
Author: shuo
ຕາມຂ່າວສານຊິນຮວາ:ວັນທີ29ມັງກອນນີ້,ສະພາຄວາມໝັ້ນຄົງສະຫະປະຊາຊາດຕົກລົງບໍ່ຫາລືຮ່າງຖະແຫຼງການປະທານກ່ຽວກັບບັນຫາວິກິດການມະນຸດສະທຳກາຊາອີກ.
ທ່ານເກຍດາລາ ເອັດຕານຮີ ປະທານໝູນວຽນເດືອນນີ້ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເອກອັກຄະລັດຖະທູດລີບີປະຈຳສະຫະປະຊາຊາດບອກນັກຂ່າວວ່າ,ໃນວັນທີ29ມັງກອນນີ້,ສະພາຄວາມໝັ້ນຄົງໄດ້ປຶກສາຫາລືຖະແຫຼງການສະບັບຮ່າງ,ແຕ່ປະກົດເຫັນວ່າບໍ່ສາມາດກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນໃນບັນຫານີ້.ທ່ານກ່າວວ່າ,ອາເມລິກາໄດ້ປະຕິເສດຂໍ້ສະເໜີດັດແກ້ຈຳນວນໜຶ່ງທີ່ສະເໜີໂດຍລີບີ,ຈົນເຮັດໃຫ້ການປຶກສາຫາລືຈຳເປັນຕ້ອງຢຸດສະງັກ.
ບຸກຄົນການຕ່າງປະເທດສະຫະປະຊາຊາດເປີດເຜີຍວ່າ,ອາເມລິກາເຫັນວ່າ,ຂໍ້ສະເໜີດັດແກ້ໃໝ່ທີ່ລີບີວາງອອກນັ້ນບໍ່ໄດ້ກ່າວປະນາມການກະທຳຂອງຜູ້ປະກອບອາວຸດປາເລັດ ສະຕິນທີ່ຫຼອນໂຈມຕີອິດສະລະແອນນັ້ນຢ່າງເຂັ້ມງວດ.
|
|
|