ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-22 19:03:56    
ລັດ​ຖະ​ບານ​ຈີນ​ຮຽກ​ຮ້ອງ​ໃຫ້​ແຫ່ງ​ຕ່າງໆ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ໂທ​ລະ​ຄົມ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ22​ມັງກອນ​ນີ້,ກະຊວງ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ​ຈີນ​ຮຽກຮ້ອງ​ໃຫ້​ພະ​ແນ​ກ​ຄຸ້ມ​ຄອງ​ໂທລະ​ຄົມ​ແລະ​ວິ​ສາ​ຫະກິດ​ໂທລະ​ຄົມ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ເພີ່ມ​ທະວີ​ວຽກ​ງານ​ຮັບປະກັນ​ໂທລະ​ຄົມ​ໃຕ້​ສະ​ພາບ​ອາ​ກາດ​ທີ່​ຝົນ​ຕົກ​​ແລະ​​ຫິມະຕົກ​ແຮງ,ພ້ອມ​ກັນນັ້ນ,​ຕັ້ງ​ໜ້າ​ສົ່ງ​ຂໍ້​ຄວາມ​ສັ້ນ​​ເຕືອນ​ໄພ​ໄປ​ຍັງ​ສາ​ທາ​ລະ​ນະ​ຊົນ,​ເພື່ອໃຫ້​ປະຊາຊົນ​ປ້ອງ​ກັນ​ແລະ​ຫຼົບ​ຫຼີກ​ໄພ​ທຳ​ມະ​ຊາດ​ຢ່າງ​ທັນ​ການ.

ຫວ່າງ​ມໍ່​ໆ​ນີ້,ຢູ່​ເຂດ​ສ່ວນ​ໃຫຍ່​ຂອງ​ຈີນ​ໄດ້​ເກີດ​ອາກາດທີ່​ເປັນ​ໄພ​ທຳ​ມະ​ຊາດຄື​ມີ​ຫິ​ມະ​ຕົກ​ໜັກ,ອັນ​ໄດ້​ກະທົບກະ​ເທືອ​ນ​ເຖິງ​ຕາ​ໜ່າງ​ໂທ​ລະ​ຄົມ​ໃນ​ລະດັບ​ໃດ​ໜຶ່ງ.​ການ​ພະ​ຍາ​ກອນ​ອາ​ກາດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ອາ​ກາດ​ມີ​ຝົນ​​ແລະ​ຫິ​ມະ​ຕົກ​ຂອງ​​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ຍັງ​ຈະ​ສືບຕໍ່​ກັນ​ໄປ.​