|
 |
(GMT+08:00)
2008-01-19 17:10:18
|
ອິສລາແອນທຳລາຍຕຶກກະຊວງພາຍໃນຂອງປາເລັສຕິນທີ່ຄວບຄຸມໂດຍອົງການຮາມາສ
cri
ຕາມຂ່າວ CRI:ວັນທີ 18 ມັງກອນນີ້ ຝ່າຍທະຫານອິສລາແອນໄດ້ກໍ່ການຫລອນໂຈມຕີຕໍ່ແຖບກາຊາທາງອາກາດ,ໄດ້ທຳລາຍຕຶກກະຊວງພາຍໃນຂອງປາເລັສຕິນທີ່ຄວບຄຸມໂດຍຂະບວນການຕໍ່ຕ້ານອິສລາມປາເລັສຕິນຫລື ອົງການຮາມາສ.
ຕາມຊາບວ່າ, ລູກສອນໄຟນຳວິຖີຂອງທະຫານອິສລາແອນໄດ້ຍິງຖືກຕຶກສີ່ຊັ້ນທີ່ບໍ່ມີຄົນຢູ່ຕຶກດັ່ງກ່າວ,ຈົນພັງທະລາຍ.ໃນເວລານັ້ນ, ຢູ່ໃນສິ່ງກໍ່ສ້າງທີ່ໃກ້ກັບຕຶກຫລັງນີ້ ພວມຈັດງານສົມລົດຢູ່,ການລະເບີດເຮັດໃຫ້ແມ່ຍິງຜູ່ຫນຶ່ງເສຍຊີວິດ, 15 ຄົນບາດເຈັບ.
ມື້ດຽວກັນ ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດອອກຖະແຫລງການຮຽກຮ້ອງອີກເທື່ອຫນຶ່ງໃຫ້ຝ່າຍປາເລັສຕິນຈົ່ງເຊົາຍິງປືນແລະລູກສອນໄຟນຳວິຖີໃສ່ອິສລາແອນໃນທັນທີ,ພ້ອມທັງຮຽກຮ້ອງກອງທະຫານປ້ອງກັນປະເທດອິສລາແອນຮັກສາຄວາມອົດກັ້ນໄວ້.
|
|
|