ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-01-17 18:41:50    
ຈີນ​ດຶງ​ດູດ​ເອົາ​ທຶນ​ຕ່າງປະ​ເທດ​ຄອງ​ອັນ​ດັບ​ໜຶ່ງ 15 ປີ​ລຽນ​ຕິດ​ໃນ​ປະ​ເທດ​ພວມ​ພັດ​ທະ​ນາ

cri Author: lm

ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ວຽກ​ງານ​ການ​ຄ້າ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ເສີນ​ເຕີ​ໝິງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າຈີນ​ກ່າວ​ວ່າ, ປີ 2007, ຈີນ​ໄດ້​ດຶງ​ດູດ​ເອົາ​ທຶນ​ຕ່າງປະ​ເທດ​ເຖິງ 74 ຕື້ 700 ລ້ານ​ໂດ​ລາ, ​ເປັນອັນ​ດັບ​ໜຶ່ງ​ໃນ 15 ປີ​ລຽນ​ຕິດ​ໃນ​ປະ​ເທດ​ພວມ​ພັດທະນາ.

ທ່ານ​ເສີນ​ເຕີ​ໝິງກ່າວ​ວ່າ, ປີ​ນີ້, ຈີນ​ຈະ​ຍົກ​ຄຸນ​ນະພາ​ບການ​ນ້ຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ໃຫ້​ສູງ​ຂຶ້ນຢ່າງ​ແທ້​ຈິງ, ສົ່ງ​ເສີມຕື່ມ​ອີກ​ໃຫ້​ນັກທຸລະກິດ​ຕ່າງປະ​ເທດ​ລົງ​ທຶນ​ເຂົ້າ​ໃນ​ອຸດ​ສາ​ຫະ​ກຳ​ໄຮ​ເທັກ ອຸດສາຫະກຳປະ​ຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ​ໃນ​ອຸດ​ສາ​ຫະ​ກຳ​ຜະ​ລິດຂັ້ນສູງ; ພ້ອມ​ກັນນັ້ນ, ຕັ້ງໜ້າ​ເປີດ​ປະຕູ​ສູ່ພາຍ​ນອກ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ ​ເຊັ່ນ ການ​ທະນາຄານ ການ​ປະກັນ​ໄພ ​ແລະ​ໂທລະ​ຄົມ ຢ່າງ​ໝັ້ນ​ທ່ຽງ, ​ຂະ​ຫຍາຍ​ຂົງ​ເຂດ​ໃໝ່​ເພື່ອ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ. ນອກ​ນີ້, ຈີນ​ຍັງ​ຈະ​ສ້າງ​ຮູບ​ແບບ​​ໃໝ່​ຂອງ​ການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ, ສົ່ງ​ເສີມ​ນັກທຸລະກິດ​ຕ່າງປະ​ເທດ​ລົງທຶນ​ສ້າງຕັ້ງ​ມູນ​ນິ​ທິ​ລົງ​ທຶນ​ປະ​ດິດ​ສ້າງ ​ແລະ​ເຂົ້າ​ຮ່ວມ​ການ​ດັດ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຈີນ ​ໂດຍ​ຜ່ານ​ຈາ​ກການ​ກວມ​ຊື້​ບໍ​ລິ​ສັດ.