|
 |
(GMT+08:00)
2008-01-14 14:23:07
|
 |
ປາເລັສຕິນກັບອິສຣາແອນຈະດຳເນີນການເຈລະຈາກ່ຽວກັບບັນຫາໃຈກາງ
cri
Author: m
ຕາມຂ່າວ CRI: ວັນທີ 13 ມັງກອນນີ້, ທ່ານມາຮເມີດ ອັບບັສ ປະທານອົງການອຳນາດແຫ່ງຊາດປາເລັສຕິນປະກາດວ່າ, ວັນທີ 14 ມັງກອນນີ້, ປາເລັສຕິນກັບອິສຣາແອນຈະດຳເນີນການເຈລະຈາກ່ຽວກັບບັນຫາທີ່ເປັນໃຈກາງຂອງສັນຕິພາບຕາເວັນອອກກາງ. ນີ້ຈະແມ່ນປາເລັສກັບອິສຣາແອນຈັດການເຈລະຈາກ່ຽວກັບບັນຫາທີ່ເປັນໃຈກາງເປັນເທື່ອທຳອິດພາຍຫຼັງໄດ້ຟື້ນຟູການເຈລະຈາໃນຕົ້ນເດືອນທັນວາປີກາຍນີ້.
ມື້ດຽວກັນ, ໃນກອງປະຊຸມຄະນະກຳມະການສູນກາງອົງການປົດປ່ອຍປາເລັສຕິນທີ່ຈັດຂຶ້ນຢູ່ລາມາລາຮ ນະຄອນທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ທ່ານອັບບັສກ່າວວ່າ, ການເຈລະຈາ 3 ດ້ານຈະດຳເນີນໄປພ້ອມກັນ, ເຊິ່ງມີ ບັນຫາຖານະສຸດທ້າຍຂອງປາເລັສຕິນ, ການຈັດຕັ້ງປະຕິບັດໄລຍະທີໜຶ່ງຕາມແຜນການສັນຕິພາບຂອງປາເລັສຕິນກັບອິສຣາແອນ, ແລະເສດຖະກິດກັບຄວາມປອດໄພ. ທ່ານອັບບັສຍັງກ່າວຢ້ຳວ່າ, ປາເລັສຕິນເດັດດ່ຽວປະຕິເສດບໍ່ຮັບເອົາແຜນການສ້າງປະເທດແບບມີຊາຍແດນຊົ່ວຄາວ.
ວັນທີ 13 ມັງກອນນີ້, ໃນກອງປະຊຸມທີ່ຈັດຂຶ້ນຢູ່ນະຄອນເຮີສເລຍຂອງປາເລັສຕິນ, ທ່ານໄຊມອນ ເຟເຣັສ ປະທານາທິບໍດີອິສຣາແອນກ່າວວ່າ, ເວລາປີໜຶ່ງສັ້ນຫຼາຍ, ສອງຝ່າຍປາເລັສຕິນກັບອິສຣາແອນຈຳເປັນຕ້ອງດຳເນີນການເຈລະຈາຢ່າງແທ້ຈິງ, ການເຈລະຈາສັນຕິພາບບໍ່ຄວນຢຸດສະງັກ.
|
|
|