|
 |
(GMT+08:00)
2007-12-18 14:50:47
|
 |
ຕາໜ່າງທາງຫຼວງລະດັບຊາດສາຍຫຼັກຂອງຈີນໄດ້ເຊື່ອມຕໍ່ກັນໃນຂັ້ນພື້ນຖານ
cri
Author: shuo
ຕາມຂ່າວCRI:ວັນທີ18ທັນວານີ້,ຢູ່ທີ່ປັກກິ່ງ,ທ່ານເວີ່ງເມີ້ງຢົງ ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມຂອງຈີນກ່າວວ່າ,ປະຈຸບັນນີ້,ຕາໜ່າງທາງຫຼວງລະດັບຊາດສາຍຫຼັກທີ່ມີຄວາມຍາວປະມານ3ໝື່ນ5ພັນກິໂລແມັດນັ້ນໄດ້ເຊື່ອມຕໍ່ກັນໃນຂັ້ນພື້ນຖານ.
ຂ່າວແຈ້ງວ່າ,ຕາໜ່າງທາງຫຼວງລະດັບຊາດສາຍຫຼັກປະກອບດ້ວຍທາງຫຼວງລະດັບສູງ12ສາຍທີ່ເນັ່ງແຕ່ທິດຕາເວັນອອກໄປຫາທິດຕາເວັນຕົກ ແຕ່ເໜືອຮອດໃຕ້,ໃນນັ້ນທາງດ່ວນກວມ76%ຂອງໄລຍະທາງທັງໝົດ.ທາງຫຼວງເຫຼົ່ານີ້ໄດ້ເຊື່ອມຕໍ່ນະຄອນຫຼວງ ເທດສະບານແຂວງຕ່າງໆ ກຳແພງນະຄອນ ເຂດເສດຖະກິດພິເສດ ບ່ອນສຳຄັນດ້ານຄົມມະນາຄົມແລະເມືອງທ່າສຳຄັນທີ່ໄຂປະຕູຕໍ່ພາຍນອກ,ປົກຄຸມຕົວເມືອງໃຫຍ່ໆທັງໝົດທີ່ມີປະຊາກອນຫຼາຍກວ່າລ້ານຄົນແລະຕົວເມືອງໃຫຍ່90%ທີ່ມີປະຊາກອນຫຼາຍກວ່າ5ແສນຄົນ.
ໃນກອງປະຊຸມຂ່າວທີ່ຈັດໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນ,ທ່ານເວີ່ງເມີ້ງຢົງກ່າວວ່າ,ຕາໜ່າງທາງຫຼວງລະດັບຊາດສາຍຫຼັກເຊື່ອມຕໍ່ກັນຈະປັບປຸງສະພາບການຈັດວາງລະບົບຄົມມະນາຄົມໃຫ້ດີຂຶ້ນຕື່ມອີກ,ປັບປຸງສະມັດຖະພາບແລະປະສິດທິຜົນຂອງການຂົນສົ່ງໃຫ້ດີຂຶ້ນ,ຊຸກຍູ້ຂະບວນການຫັນເປັນຕົວເມືອງຂອງຈີນ,ແລະມີຄວາມໝາຍສຳຄັນຕໍ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງທ້ອງຖິ່ນແລະຊຸກຍູ້ການພັດທະນາຢ່າງກົມກຽວກັນຂອງທ້ອງຖິ່ນ.
|
|
|