ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-07 10:16:30    
ຈີນ​ຈະຕັ້ງໜ້າ​ຊອກ​ຫາ​ເສັ້ນ​ທາງ​ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ແຫ່ງ​ຊາດ​ຈີນ

cri Author: lm

ຕາມ​ຂ່າວ​ຈາກ​ໜັງສືພິມ​ເຢັນ​ໝິນຢື້​ປ້າວ​ຂອງ​ຈີນ: ວັນ​ທີ 6 ທັນວາ​ນີ້ ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈິ່ງ​ເຜີຍ​ອຽນ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​ຈະຕັ້ງໜ້າ​ຊອກ​ຫາ​ເສັ້ນທາງ​ພັດ​ທະ​ນາ​ພະ​ລັງ​ງານ​ທີ່​ສອດຄ່ອງ​ກັບ​ສະພາບ​ການ​ແຫ່ງ​ຊາດ​ຈີນ.

​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ຜູ້​ຊ່ຽວຊານ​ໃຫ້​ຄຳ​ປຶກສາ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ​ຈີນ ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວກັນ, ທ່ານ​ເຈິ່ງ​ເຜີຍ​ອຽນ​ກ່າວ​ວ່າ, ຈີນ​ພວມ​​ຢູ່​ໃນ​ໄລ​ຍະ​ພັດທະນາ​ເພີ່ມ​ຄວາມ​ໄວ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ຫັນ​ເປັນ​ຕົວ​ເມືອງ, ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຄວາມ​ຕ້ອງ​ການ​ກັບ​ການ​ສະໜອງພະລັງງານ ​ ​ຄວາມ​ຂັດ​ແຍ່ງ​ໂຄງ​ປະ​ກອບ​ ແລະຄວາມ​ຂັດ​ແຍ່ງ​ດ້ານ​ຊີວະ​ພາບ ຍັງ​ພົ້ນ​ເດັ່ນຢູ່, ຕ້ອງ​ໃຫ້​ຄວາມ​ສຳຄັນ​ໃນ​ລະ​ດັບ​ສູງ, ​ແກ້​ໄຂ​ໃຫ້ຕົກ​ຢ່າງ​ເໝາະ​ສົມ.

ທ່ານ​ຫວັງ​ໃຫ້​ຜູ້​ຊ່ຽວຊານ​ໃນ​ຄະນະ​ກຳມະການ​ຜູ້​ຊ່ຽວຊານ​ໃຫ້​ຄຳ​ປຶກສາ​ຫາ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ ຕ້ອງ​ພິຈາ​ລະນາຢ່າງຮອບດ້ານ​ກ່ຽວ​ກັບ​ການ​ພັດທະ​ນາ​ພະ​ລັງ​ງານ ​ແລະ​ການ​ພັດ​ທະ​ນາ​ເສດຖະກິດ​ສັງຄົມ, ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ ​​ໂດຍ​ແນ​ໃສ່​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ບັນຫາ​ອັນ​ພົ້ນ​ເດັ່ນ ​ໃນ​ການ​ໝູນ​ເດີນ​ພະລັງ​ງານ​ແລະ​ການ​ພັດ​ທະ​ນາ​ໄລຍະ​ຍາວ.