ຕາມຂ່າວສານຊິນຮວາ: ວັນທີ 5 ທັນວານີ້, ທ່ານອີໂວ ເດີ ໂບເອີ ເລຂາບໍລິຫານງານກອງເລຂາ "ສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດສະຫະປະຊາຊາດ" ກ່າວວ່າ, ຍຸດທະສາດ "ງານກິລາໂອລິມປິກສີຂຽວ" ຂອງປັກກິ່ງ ຈະເປັນແບບຢ່າງໃຫ້ແກ່ຫຼາຍປະເທດ.
ທ່ານເຫັນວ່າ, ການຈັດງານກິລາໂອລິມປິກສີຂຽວ ບໍ່ພຽງແຕ່ແມ່ນການເຄື່ອນໄຫວຂອງປັກກິ່ງເທົ່ານັ້ນ, ແຕ່ຍັງສາມາດຊຸກຍູ້ການພັດທະນາແບບຍືນຍົງຂອງຕົວເມືອງອື່ນໆຂອງຈີນອີກດ້ວຍ, ແລະຈະເຮັດໃຫ້ໂລກມີການປ່ຽນແປງໃໝ່ອັນຕັ້ງໜ້າ.
|