ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-03 17:19:47    
ຈີນ​ຈະ​ພະຍາຍາມ​ຍົກສູງ​ລະ​ດັບ​​ອະ​ນຸ​ລັກ​ແລະ​ຄຸ້ມ​ຄອງ​ດິນ​ທາມ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ທັນວາ​ນີ້ ຢູ່​​ເມືອງ​ເຢ້ຢາງ​ແຂວງ​ຫູ​ໜານ, ທ່ານ​ນາງ​ອິ້ນ​ຫົງ ຮອງ​ຫົວໜ້າ​ກົມ​ອຸດສາຫະກຳ​ປ່າ​ໄມ້​ແຫ່ງ​ຊາດ​ຈີນ​ຊີ້​ອອກ​ວ່າ, ຈີນ​ຈະ​ຍົກ​ລະ​ດັບ​ອະ​ນຸ​ລັກ​ແລະ​ຄຸ້ມ​ຄອງ​ດິນ​ທາມ​ໃຫ້​ສູງ​ຂຶ້ນ ​ໂດຍ​ຜ່ານ​ຈາກ​ການເລັ່ງລັດ​ຂະ​ບວນ​ການ​ອະ​ນຸ​ລັກ​ຊີ​ວະ​ນານາ​ພັນ​ຂອງ​ດິນ​ທາມ.

​ໃນ​ງານ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ອະນຸລັກ​ແລະ​ນຳ​ໃຊ້​ດິນ​ທາມ​ແບບ​ຍືນ​ຍົງ ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ນາງ​ອິ້ນຫົງ​ກ່າວ​ວ່າ, ​ໃນ​ຫຼາຍ​ປີ​ມາ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ຮັບ​ໝາກຜົນ​ອັນ​ພົ້ນ​ເດັ່ນ ​ໃນ​ການ​ອະນຸລັກ​ຊີວະ​ພາບ​ຂອງດິນ​ທາມ. ​ໃນ​ທົ່ວ​ປະ​ເທດ​ຈີນ ​ໄດ້​ສ້າງ​ເຂດ​ສະຫງວນ​ທຳ​ມະ​ຊາດ​ປະ​ເພດ​ດິນ​ທາມ 470 ​ແຫ່ງ, ມີດິນ​ທາມ 30 ກວ່າ​ແຫ່ງ​ຖືກ​ກຳ​ນົດ​ເປັນ​ດິນ​ທາມ​ທີ່​ສຳຄັນ​ລະດັບ​ສາກົນ, ຜ່ານ​ຈາກ​ການ​ຈັດຕັ້ງປະຕິບັດ​ໂຄງ​ການ​ອະ​ນຸ​ລັກ​ດິນ​ທາມ​ແລະການ​ປົວ​ແປງ​ຊີວະ​ພາບ​ໃນ​ທົ່ວ​ປະ​ເທດ, ດິນ​ທາມ​ທຳ​ມະ​ຊາດ​ທີ່​ເປັນ​ແບບ​ຢ່າງ​ຈຳ​ນວນ​ໜຶ່ງ​ໄດ້​ຮັບ​ການ​ອະນຸລັກ​ຢ່າງ​ບັງ​ເກີດ​ຜົນ.

ທ່ານ​ນາງ​ອິ້ນຫົງ​ຊີ້​ອອກ​ວ່າ, ລັດຖະບານ​ຈີນ​ຈະ​ຈັດ​ເອົາ​ການ​ອະນຸລັກ​ຊີວະ​ນານາ​ພັນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ພາກສ່ວນ​ກະສິກຳ ພາກສ່ວນ​ອຸດສາຫະກຳ​ປ່າ​ໄມ້ ພາກ​ສ່ວນ​ການ​ປະ​ມົງ ພາກ​ສ່ວນ​ອຸດສາຫະກຳ​ການທ່ອງທ່ຽວ ​ແລະພາກສ່ວນ​ການ​ຜະລິດ​ອື່ນໆ ຢ່າງ​ບໍ່​ຢຸດ​ຢັ້ງ, ​​ແລະ​ກົດ​ລະ​ບຽບ​ການ​ອະນຸລັກ​ດິນ​ທາມ​ແຫ່ງ​ຊາດ​ທີ່​ພວມ​ຮ່າງ​ຢູ່.