ຈີນພະຍາຍາມບັນລຸເປົ້າໝາຍສິ່ງກໍ່ສ້າງປະຢັດພະລັງງານຖ່ານຫີນມາດຖານ 110 ລ້ານໂຕນ
cri
ຕາມຂ່າວ CRI: ວັນທີ 19 ພະຈິກນີ້, ຢູ່ທີ່ປັກກິ່ງ, ທ່ານໄລ້ມິງ ຫົວໜ້າກົມວິທະຍາສາດກະຊວງກໍ່ສ້າງຈີນກ່າວວ່າ, ຈີນພວມໃຊ້ມາດຕະການຕ່າງໆ, ເພື່ອບັນລຸເປົ້າໝາຍສິ່ງກໍ່ສ້າງປະຢັດພະລັງງານຖ່ານຫີນມາດຖານ 110 ລ້ານໂຕນໃນແຜນການ 5 ປີຄັ້ງທີ 11 ແຕ່ປີ 2006 ຮອດປີ 2010.
ທ່ານໄລ້ມິງກ່າວວ່າ, ປີນີ້, ກະຊວງກໍ່ສ້າງຈີນໄດ້ເພີ່ມທະວີວຽກງານຕິດຕາມຄຸ້ມຄອງການປະຢັດພະລັງງານຂອງຕຶກສຳນັກງານອົງການລັດແລະສິ່ງກໍ່ສ້າງສາທາລະນະຂະໜາດໃຫຍ່ຢ່າງເປັນຈຸດໜັກ, ແລະສືບຕໍ່ຊຸກຍູ້ວຽກງານນຳໃຊ້ພະລັງງານທີ່ເກີດໃໝ່ໄດ້ໃນສິ່ງກໍ່ສ້າງ. ປີນີ້ແລະປີໜ້າ, ກະຊວງກໍ່ສ້າງຈີນຍັງຈະເລີ່ມຕົ້ນວຽກງານສ້ອມແປງຕຶກອາຄານເຮືອນຢູ່ 150 ລ້ານຕາແມັດຢູ່ເຂດທີ່ມີອາຍອຸ່ນຂອງພາກເໜືອເພື່ອເປັນແບບຢ່າງ, ສ້າງຄວາມສະດວກເພື່ອເຜີຍແຜ່ຢູ່ຈີນຕື່ມອີກ.
ນອກນີ້, ກະຊວງກໍ່ສ້າງໄດ້ກຳນົດຢ່າງຄັກແນ່ວ່າ, ໂຄງການກໍ່ສ້າງທີ່ບໍ່ສອດຄ່ອງກັບມາດຕະການບັງຄັບປະຢັດພະລັງງານຂອງສິ່ງກໍ່ສ້າງດ້ານພົນລະເຮືອນ, ຈະບໍ່ອອກໃບອະນຸຍາດໃກ້ໂຄງການກໍ່ສ້າງ. ຂ່າວແຈ້ງວ່າ, ແຕ່ລະປີ, ເນື້ອທີ່ຂອງສິ່ງກໍ່ສ້າງທີ່ສ້າງໃໝ່ຂອງຈີນມີເຖິງ 2 ຕື້ຕາແມັດ, ປະຈຸບັນ, ການສິ້ນເປືອງພະລັງງານຂອງສິ່ງກໍ່ສ້າງຈີນກວມການສິ້ນເປືອງພະລັງງານຈີນ 30%, ຄວາມສາມາດໃນການປະຢັດພະລັງງານຂອງສິ່ງກໍ່ສ້າງຍັງມີຢ່າງຫຼວງຫຼາຍ.
|
|