ໃນຫຼາຍປີມານີ້, ລັດຖະບານຈີນໄດ້ເອົາໃຈໃສ່ໃນລະດັບສູງນຳການປ້ອງກັນແລະປົວແປງການເຊື່ອມພິດໃນແມ່ນ້ຳ, ແລະໄດ້ໃຊ້ມາດຕະການຢ່າງເປັນລະບົບ, ພາຍໃຕ້ສະພາບການທີ່ການຫັນເປັນອຸດສາຫະກຳ ແລະການຫັນເປັນຕົວເມືອງໄດ້ພັດທະນາຢ່າງວ່ອງໄວນັ້ນ, ມາດຕະການເຫຼົ່ານີ້ ໄດ້ຮັບປະກັນ ຄວາມປອດໄພຂອງນ້ຳປະປາໃນຕົວເມືອງ, ຄຸນນະພາບຂອງສະພາບແວດລ້ອມຂອງນ້ຳ ເວົ້າລວມແລ້ວ ໄດ້ຮັກສາໃນສະພາບໝັ້ນທ່ຽງ. ແຕ່ບັນຫາການເຊື່ອມພິດນ້ຳກໍຍັງຂ້ຽວຂາດຢູ່. ເມື່ອປີ 2006, ຄຸນນະພາບລວມຂອງນ້ຳໃນແມ່ນ້ຳລຳເຊຕ່າງໆໃນທົ່ວປະເທດຈີນ ຢູ່ໃນສະພາບຖືກເຊື່ອມພິດໃນລະດັບປານກາງ. ສະນັ້ນ, ໃນກອງປະຊຸມວຽກງານປ້ອງກັນແລະປົວແປງການເຊື່ອມພິດແມ່ນ້ຳຈີນ ທີ່ຈັດຂຶ້ນໃນວັນທີ 14 ພະຈິກນີ້, ທ່ານໂຈ່ວເຊິ່ງສຽນ ຫົວໜ້າກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນ ໄດ້ວາງຄາດໝາຍປ້ອງກັນແລະປົວແປງການເຊື່ອມພິດຢ່າງຈະແຈ້ງ, ນັ້ນກໍຄື ເວົ້າເຖິງແຜນການໄລຍະຍາວແລ້ວ, ຕ້ອງຟື້ນຟູ ທຳມະຊາດທີ່ມີແມ່ນ້ຳທີ່ໃສສະອາດ ໜ່ວຍພູເປັນສີຂຽວງົດງາມ, ອະນຸລັກການໝູນວຽນທີ່ດີຂອງລະບົບນິເວດວິທະຍາໃນເຂດລ້ອງແມ່ນ້ຳ, ຮັບປະກັນຄວາມປອດໄພຂອງທົ່ວເຂດລ້ອງແມ່ນ້ຳ. ແຜນການໄລຍະສັ້ນ ແມ່ນກ່ອນທ້າຍປີ 2008, ອັດຕາບັນລຸຕົວເລກທີ່ສຳຄັນຂອງເຂດແຫຼ່ງນ້ຳທີ່ເປັນນ້ຳກິນທີ່ສຳຄັນ ຕ້ອງໃຫ້ບັນລຸ 100%.
ອີງຕາມຄາດໝາຍຂອງກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນ, ກ່ອນທ້າຍປີ 2010, ອັດຕາບຳບັດນ້ຳເປື້ອນໃນຕົວເມືອງຈະບັນລຸ 70%, ຄວາມສາມາດຂອງການຕິດຕາມຄຸ້ມຄອງສິ່ງແວດລ້ອມນ້ຳ ການເຕືອນໄພນ້ຳເຊື່ອມພິດແລະການແກ້ໄຂສຸກເສີນ ຈະໄດ້ຮັບການເພີ່ມທະວີຂຶ້ນ.
ໃນກອງປະຊຸມ, ທ່ານໂຈ່ວເຊິ່ງສຽນ ຍັງໄດ້ວາງແຜນວຽກງານແລະມາດຕະການປ້ອງກັນແລະປົວແປງການເຊື່ອມພິດແມ່ນ້ຳ ໃນປັດຈຸບັນແລະໃນສະເພາະໜ້າ, ຄື ອັນທີໜຶ່ງ ແມ່ນຄວບຄຸມການລະບາຍສິ່ງເຊື່ອມພິດຕ່າງໆ ຢ່າງເຂັ້ມງວດ. ຄື ຕ້ອງຄວບຄຸມປະລິມານການລະບາຍນ້ຳເປື້ອນ ແລະການລະບາຍເຄື່ອງທີ່ມີພິດແລະເປັນຜົນຮ້າຍຕໍ່ສິ່ງແວດລ້ອມ, ກຳຈັດການບົ່ມຊ້ອນຂອງການເຊື່ອມພິດ, ສືບຕໍ່ດຳເນີນການກວດກາແລະແກ້ໄຂຄວາມບົ່ມຊ້ອນທີ່ເປັນຜົນຮ້າຍຕໍ່ຄວາມປອດໄພຂອງສິ່ງແວດລ້ອມ, ເພີ່ມທະວີການຄຸ້ມຄອງເຂດທີ່ມີຄວາມສ່ຽງສູງແລະໄລຍະເວລາທີ່ມີຄວາມສ່ຽງສູງຕໍ່ສິ່ງແວດລ້ອມ. ອັນທີສອງ ແມ່ນປົວແປງການເຊື່ອມພິດອຸດສາຫະກຳໃຫ້ເລິກເຊິ່ງກວ່າເກົ່າ. ເພີ່ມທະວີການຕິດຕາມຄວບຄຸມແຫຼ່ງເຊື່ອມພິດຈາກອຸດສາຫະກຳທີ່ເປັນຈຸດໜັກ, ປະຕິບັດລະບຽບການລະບາຍສິ່ງເຊື່ອມພິດ, ເພີ່ມທະວີການກວດກາການອະນຸລັກສິ່ງແວດລ້ອມຕໍ່ວິສາຫະກິດທີ່ເຂົ້າຕະຫຼາດຫຸ້ນ, ເລັ່ງລັດປັບປຸງໂຄງປະກອບຂອງອຸດສາຫະກຳ.
ມາດຕະການອື່ນໆລວມມີ ຫຼຸດຜ່ອນການນຳໃຊ້ຝຸ່ນເຄມີແລະຢາປາບສັດຕູພືດ ໃນຊົນນະບົດ, ເລັ່ງລັດກໍ່ສ້າງໂຮງງານບຳບັດນ້ຳເປື້ອນໃນຕົວເມືອງ, ເລັ່ງລັດວາງແຜນອະນຸລັກແຫຼ່ງນ້ຳກິນປະເພດຕ່າງໆ, ຕໍ່ຕ້ານການກະທຳຜິດກົດໝາຍທີ່ມີອັນຕະລາຍຕໍ່ຄວາມປອດໄພຕໍ່ນ້ຳກິນຂອງປະຊາຊົນ ຢ່າງເຂັ້ມງວດ.
ທ່ານໂຈ່ວເຊິ່ງສຽນກ່າວເນັ້ນວ່າ, ຈີນຈະສືບຕໍ່ຊຸກຍູ້ປະຕິບັດແຜນການປ້ອງກັນແລະປົວແປງການເຊື່ອມພິດເຂດລ້ອງແມ່ນ້ຳທີ່ສຳຄັນ ຢ່າງຮອບດ້ານ ຢູ່ແຫ່ງຕ່າງໆທົ່ວປະເທດ, ເພີ່ມງົບປະມານ, ຮັບປະກັນໃຫ້ບັນລຸຄາດໝາຍແລະໜ້າທີ່ຕ່າງໆຕາມເວລາກຳນົດ. ແຕ່ລະປີ ກົມໃຫຍ່ອະນຸລັກສິ່ງແວດລ້ອມແຫ່ງຊາດຈີນຈະກວດກາປະເມີນຜົນວຽກງານປ້ອງກັນແລະປົວແປງການເຊື່ອມພິດຂອງແຂວງຕ່າງໆ, ຈະມີມາດຕະການຢ່າງເຂັ້ມງວດຕໍ່ແຂວງທີ່ບໍ່ໄດ້ສຳເລັດໜ້າທີ່ວຽກງານຕາມເວລາກຳນົດ ແລະມີການເຊື່ອມພິດໜັກໜ່ວງກວ່າເກົ່າ.
|