|
 |
(GMT+08:00)
2007-11-14 14:45:52
|
 |
ກອງປະຊຸມສັນຕິພາບຕາເວັນອອກກາງແມ່ນໂອກາດເພື່ອແກ້ໄຂບັນຫາ
cri
Author: shuo
ຕາມຂ່າວCRI:ວັນທີ13ພະຈິກນີ້,ປາເລັດສະຕິນ ອິດສະລະແອນ ອາເມລິກາແລະຕວກກີຕ່າງກໍ່ໄດ້ກ່າວວ່າ,ກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງທີ່ຈະຈັດຂຶ້ນຢູ່ອາເມລິກາໃນໄວໆນີ້ຈະແມ່ນໂອກາດເພື່ອແກ້ໄຂການປະທະກັນລະຫວ່າງປາເລັດສະຕິນກັບອິດສະລະແອນ.
ວັນທີ13ພະຈິກນີ້,ທ່ານມາມຸດ ອັບບາສ໌ ປະທານອົງການອຳນາດແຫ່ງຊາດປາເລັດສະຕິນແລະທ່ານໄຊມ້ອນ ເປເຣັສ ປະທານາທິບໍດີອິດສະລະແອນທີ່ພວມຢ້ຽມຢາມຕວກກີຕ່າງໄດ້ກ່າວຄຳປາໄສຢູ່ສະພາຕວກກີ.ທ່ານອັບບາສກ່າວວ່າ,ປາເລັດສະຕິນໃຫ້ຄວາມສຳຄັນຫຼາຍຕໍ່ກອງປະຊຸມສາກົນກ່ຽວກັບບັນຫາຕາເວັນອອກກາງທີ່ຈະຈັດຂຶ້ນຢູ່ອາເມລິກາ,ປາເລັດສະຕິນຫວັງໃຫ້ແກ້ໄຂການປະທະກັນໂດຍຜ່ານການເຈລະຈາແຕ່ບໍ່ແມ່ນວິທີຮຸນແຮງ.
ທ່ານເປເຣັດສກ່າວວ່າ,ກອງປະຊຸມສາກົນບັນຫາຕາເວັນອອກກາງທີ່ຈະຈັດຂຶ້ນແມ່ນສຳຄັນທີ່ສຸດຕໍ່ການແກ້ໄຂການປະທະກັນລະຫວ່າງປາເລັດສະຕິນກັບອິດສະລະແອນ.ທ່ານຮຽກຮ້ອງໃຫ້ປາເລັດສະຕິນໃຊ້ມາດຕະການ,ເພື່ອສະກັດກັ້ນການເຄື່ອນໄຫວກໍ່ການຮ້າຍທີ່ກີດຂວາງຂະບວນການສັນຕິພາບຕາເວັນອອກກາງ.
ທ່ານອາບດູນລາ ກູນ ປະທານາທິບໍດີຕວກກີກ່າວວ່າ,ກອງປະຊຸມສັນຕິພາບຕາເວັນອອກກາງທີ່ຈະຈັດຂຶ້ນຈະກາຍເປັນຈຸດຫັນປ່ຽນທີ່ເຮັດໃຫ້ບັນລຸສັນຕິພາບຕາເວັນອອກກາງ.ຕວກກີຫວັງໃຫ້ເຫັນປະເທດປາເລັດສະຕິນທີ່ເປັນເອກະລາດ ມີສັນຕິພາບແລະມີນະຄອນເຢລູຊາເຣັມເປັນນະຄອນຫຼວງ.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນມື້ດຽວກັນ,ທ່ານທ້ອມ ແຄຊີ ຮອງໂຄສົກຂອງກະຊວງການຕ່າງປະເທດອາເມລິກາກ່າວວ່າ,ອາເມລິກາຫວັງວ່າ,ຜ່ານການຈັດກອງປະຊຸມສັນຕິພາບຕາເວັນອອກກາງຈະເຮັດໃຫ້ປະຊາຄົມໂລກທຳຄວາມພະຍາຍາມຕື່ມອີກເພື່ອຊຸກຍູ້ຂະບວນການສັນຕິພາບລະຫວ່າງປາເລັດສະຕິນກັບອິດສະລະແອນ.
|
|
|