ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-03 18:54:16    
ວຽກງານ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນີວ​ເຄຼຍຂອງ​ສ.ປ.ປ.​​ເກົາຫຼີ​ບໍ່​ສາມາດ​ຜະລິດ​ໄດ້ຈະ​ເລີ່ມດຳ​ເນີນ​ໃນ​ໄວໆ​ນີ້

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 3 ພະຈິກ​ນີ້,ຢູ່​ໂຕ​ກຽວ,ທ່ານ​ຄຼິສ​ໂຕ​ເຟີ ຮີວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ທີ່​​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼ​ມ​ເກົາຫຼີ ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ,ໜ່ວຍ​ງານ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນີວ​ເຄຼຍ​ເຢິງປຽນ​ຂອງ​ສ.ປ.ປ.​ເກົາ​ຫຼີ​​ບໍ່​ສາມາດ​ຜະລິດ​ໄດ້ຈະ​ເດີນທາງ​ໄປ​ຮອດ​ທ້ອງ​ຖິ່ນ​ດັ່ງກ່າວ​ໃນ​ວັນ​ທີ 4 ພະຈິກ​ນີ້,​ໃນ​ວັນ​ທີ 5 ຈະ​ເລີ່​ມ​ເຮັດ​ວຽກ​ທີ່​ກ່ຽວຂ້ອງ.

ວັນ​ທີ 2 ພະຈິກ​ນີ້,ຢູ່​ໂຕ​ກຽວ,ທ່ານ​ຮີ​ວ​ໄດ້​ເຈລະຈາກັບ​ທ່ານ​ເຄນີຊີ​ໂຣ ຊາ​ຊາ​​ເອ ຫົວໜ້າ​ຄະນະ​ຜູ້​ແທນ​ຍີ່ປຸ່ນ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ 6 ຝ່າຍ ຫົວໜ້າ​ກົມ​ອາຊີ​​ໂອ​ເຊ​ນີກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ,ສອງ​ຝ່າຍ​ໄດ້​ຫາລື​ບັນຫາ​ຕ່າງໆ​ເຊັ່ນວຽກ​ງານ​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນີວ​ເຄຼຍຂອງ​ສ.ປ.ປ.​ເກົາຫຼີ​ບໍ່​ສາມາດ​ຜະລິດ​ໄດ້ແລະ​ວິທີ​ຮ້ອງ​ຂໍ​​ແຜນການ​ນີວ​ເຄຼຍ​ເປັນ​ຕົ້ນ,​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ກອງ​ປະຊຸມ​ຫົວໜ້າ​ຄະນະ​ຜູ້​ແທນ​​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 6 ຝ່າຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້.