ຟິລິບປິນປະກາດການເຕືອນໄພໃນທົ່ວປະເທດກ່ຽວກັບພະຍາດໄຂ້ເລືອດອອກ
cri
ຕາມຂ່າວສານຊີນຮວາ: ສື່ມວນຊົນຟິລິບປິນລາຍງານໃນວັນທີ 4 ຕຸລານີ້ວ່າ, ຍ້ອນໄດ້ເຂົ້າສູ່ໄລຍະມັກເປັນພະຍາດໄຂ້ເລືອດອອກ,ກະຊວງສາທາລະນະສຸກຟິລິບປິນໄດ້ປະກາດການເຕືອນໄພປ້ອງກັນແລະປົວພະຍາດນີ້ພາຍໃນຂອບເຂດທົ່ວປະເທດ.
ວັນທີ 3 ຕຸລານີ້ ກະຊວງສາທາລະນະສຸກຟິລິບປິນອອກຖະແຫລງການກ່າວວ່າ, ຕັ້ງແຕ່ເດືອນມັງກອນປີນີ້ເປັນຕົ້ນມາ, ຟິລິບປິນໄດ້ມີ 2 ຫມື່ນ 4 ພັນ 6 ຮ້ອຍຄົນຕິດພະຍາດໄຂ້ເລືອດອອກ,ໃນນັ້ນມີ 283 ຄົນໄດ້ເສຍຊີວິດ,ພຽງແຕ່ໃນອາທິດທີສອງຂອງເດືອນກັນຍາແລ້ວນີ້ກໍ່ມີ 4000 ກວ່າຄົນຕິດພະຍາດນີ້.ແຕ່ເດືອນກັນຍາຫາເດືອນຕຸລາ,ແມ່ນຍາມຝົນຕົກຫລາຍຂອງຟິລິປິນ,ແລະກໍ່ແມ່ນໄລຍະທີ່ມັກເປັນພະຍາດໄຂ້ເລືອດອອກງ່າຍທີ່ສຸດ
|
|