|
 |
(GMT+08:00)
2007-10-03 17:11:38
|
 |
ອາເມລິກາອະນຸມັດຮ່າງເອກະສານຮ່ວມຂອງການເຈລະຈາ 6 ຝ່າຍ
cri
Author: cai
ຕາມຂ່າວCRI:ວັນທີ 2 ຕຸລານີ້,ທ່ານຊີນ ເມັກໂກມາກ ໂຄສົກກະຊວງການຕ່າງປະເທດອາເມລິກາກ່າວວ່າ,ອາເມລິກາໄດ້ແຈ້ງໃຫ້ລັດຖະບານຈີນຊາບວ່າ,ອາເມລິກາໄດ້ອະນຸມັດຮ່າງເອກະສານຮ່ວມຂອງກອງປະຊຸມໄລຍະທີສອງຂອງການເຈລະຈາ 6 ຝ່າຍຮອບ 6 ກ່ຽວກັບບັນຫານີວເຄຼຍແຫຼມເກົາຫຼີ.
ທ່ານເມັກໂກມາກກ່າວວ່າ,ທ່ານຄິຼສໂຕເຟີ ຮີວ ຫົວໜ້າຄະນະຜູ້ແທນອາເມລິກາທີ່ເຂົ້າຮ່ວມການເຈລະຈາ 6 ຝ່າຍ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາໄດ້ກັບຄືນວໍຊິງຕັນແລ້ວ,ແລະໄດ້ລາຍງານສະພາບຂອງການເຈລະຈາເທື່ອນີ້ຕໍ່ທ່ານນາງໂຄນໂດລີຊາ ໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາ.ນອກນີ້,ໃນຕອນເຊົ້າມື້ດຽວກັນ,ທ່ານບຸສ ປະທານາທິບໍດີອາເມລິກາໄດ້ຮັບປະທານອາຫານເຊົ້ານຳກັນກັບທ່ານນາງໄລສ໌ແລະທ່ານຮີວ.
ນອກນີ້,ວັນທີ 2 ຕຸລານີ້,ຢູ່ໂຕກຽວ,ທ່ານໂຄອູມູຣາ ມາຊາຮີໂຄ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນກ່າວວ່າ,ການສະເໜີເອກະສານຮ່ວມອອກມານັ້ນ,ໄດ້ຢ່ວງບາດກ້າວໜຶ່ງໄປສູ່ການບັນລຸປອດນີວເຄຼຍຢູ່ແຫຼມເກົາຫຼີຢ່າງບໍ່ຕ້ອງສົງໄສ,ລັດຖະບານຍີ່ປຸ່ນຈະອະນຸມັດເອກະສານຮ່ວມສະບັບນີ້.
|
|
|